Ad

Ad

27 June 2016

ທະນາຄານ ລາວ-ຫວຽດ ມອບລາງວັນຄຳໃຫ້ລູກຄ້າເປັນຈຳນວນຫລາຍ

     ລູກຄ້າທະນາຄານ ລາວ-ຫວຽດ (Lao-Viet Bank) ຈຳນວນຫລາຍທ່ານໄດ້ເປັນຜູ້ໂຊກດີຮັບຄຳເປັນຈຳນວນຫລາຍ, ພາຍຫລັງທະນາຄານດັ່ງກ່າວໄດ້ຈັດພິທີໝູນລາງວັນແຈກໂຊກຄັ້ງທີ 1 ຂອງລາຍ ການລຸ້ນຊັບຮັບໂຊກປະຈຳປີ 2016 ຂຶ້ນ ໃນວັນທີ 25 ມິຖຸນານີ້ ທີ່ສຳນັກງານໃຫຍ່ທະນາ ຄານດັ່ງກ່າວ ທີ່ນະຄອນຫລວງວຽງຈັນ ເຊິ່ງມີທັງໝົດ 38 ລາງວັນ, ໃນນັ້ນລາງວັນທີໜຶ່ງແມ່ນຄຳແທ່ງໜັກ 50 ບາດ ມີໜຶ່ງລາງວັນ, ລາງວັນທີສອງຄຳໜັກ 10 ບາດ ມີສອງລາງວັນ, ລາງວັນທີສາມ ຄຳໜັກ 3 ບາດ ມີຫ້າລາງວັນ, ລາງວັນທີສີ່ຄຳໜັກ 1 ບາດ ມີສິບລາງວັນ ແລະ ລາງວັນທີຫ້າຄຳໜັກສອງສະຫລຶງ ມີຊາວລາງວັນ.

    ທະນາຄານດັ່ງກ່າວໃຫ້ຮູ້ວ່າ: ມາຮອດວັນທີ 20 ມິຖຸນາ 2016 ນີ້ ເຊິ່ງເປັນມື້ສິ້ນສຸດການລະດົມທຶນຂອງລາຍການເງິນຝາກລຸ້ນຮັບໂຊກຄັ້ງທີ 1 ປະຈຳປີ 2016 ແລະ ສາມາດບັນລຸໄດ້ຫລາຍກວ່າ 14 ລ້ານໂດລາສະຫະລັດ ເທົ່າກັບ 74% ຂອງແຜນການວາງໄວ້ ໃນນີ້ມີຕົວເລກຊີງລາງວັນທີ່ຈຳໜ່າຍອອກຫລາຍກວ່າແສນຕົວເລກ ແລະ ຫວັງວ່າຈະໄດ້ຮັບຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນຈາກລູກຄ້າເປັນຢ່າງດີໃນຄັ້ງຕໍ່ໆໄປ.
    ລາຍການເງິນຝາກລຸ້ນຮັບໂຊກປະຈຳປີຂອງຕົນ ນັບວ່າໄດ້ຮັບຄວາມສົນໃຈ ແລະ ສະໜັບສະໜູນຈາກລູກຄ້າ ກໍຄືສັງຄົມນັບມື້ເພີ່ມຂຶ້ນ. ດັ່ງນັ້ນ ທະນາຄານຈຶ່ງໄດ້ກຳນົດຈຳນວນ ແລະ ມູນຄ່າຂອງລາງວັນເພີ່ມຂຶ້ນທຸກປີ ເພື່ອເພີ່ມຄວາມຫລາກຫລາຍໃນການລຸ້ນຮັບໂຊກ ແລະ ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າດ້ວຍດີຕະຫລອດມາ ເຊິ່ງການໝູນລາງວັນຄັ້ງທີ 2 ປະຈຳປີ 2016 ຈະມີຂຶ້ນໃນກາງເດືອນກໍລະກົດທີ່ຈະເຖິງນີ້.

    ເຂົ້າຮ່ວມໃນພິທີໝູນລາງວັນຄັ້ງນີ້ມີຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ເຈົ້າເມືອງຈັນທະບູລີ, ມີຄະນະສະພາບໍລິຫານ, ອຳນວຍການທະນາຄານ ລາວ-ຫວຽດ, ພ້ອມດ້ວຍລູກຄ້າ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.

No comments:

Post a Comment