Ad

Ad

27 June 2016

ກອງປະຊຸມຄັ້ງທີ 25 ຂອງຄະນະກຳມະການຊາຍແດນລາວ-ຫວຽດນາມ

          ກອງປະຊຸມຄັ້ງທີ 25 ຂອງຄະນະກຳມະການຊາຍແດນລາວ-ຫວຽດນາມ ໄດ້ຈັດຂຶ້ນທີ່ນະຄອນດານັງ ໃນວັນທີ 20 ມິຖຸນາ 2016. ຄະນະຜູ້ແທນຊາຍແດນຝ່າຍລາວນຳໂດຍສະຫາຍສະເຫຼີມໄຊກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍຫວຽດນາມນຳໂດຍສະຫາຍ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ ແລະ  ແຂວງຊາຍແດນຂອງສອງປະເທດເຂົ້າຮ່ວມນຳດ້ວຍ.
          ສອງຝ່າຍໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາວ່າດ້ວຍລະບຽບການຊາຍແດນປະເທດລາວ-ຫວຽດນາມສະບັບປີ 1990 ແລະບົດບັນທຶກກອງປະຊຸມຄະນະຜູ້ແທນຊາຍແດນລາວ-ຫວຽດ ນາມ ໃນໜຶ່ງປີຜ່ານມາ, ໂດຍສັງເກດຕີລາຄາຢ່າງຮອບດ້ານກ່ຽວກັບວຽກງານການຄຸ້ມຄອງຊາຍແດນ, ການ
ພັດທະນາເສດຖະກິດ, ການຄ້າ, ວັດທະນະທຳ, ທ່ອງທ່ຽວຊາຍແດນ, ການປະຕິບັດຂໍ້ຕົກລົງຂັ້ນລັດຖະບານກ່ຽວກັບການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງ ງານບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນລາວ-ຫວຽດນາມນັບແຕ່ກອງປະຊຸມຄັ້ງທີXXIVມາເຖິງປະຈຸບັນ. ສອງຝ່າຍມີຄວາມເພິ່ງພໍໃຈທີ່ເຫັນວ່າວຽກງານຄຸ້ມຄອງສຳເລັດໂຄງການປັກຫັຼກໝາຍຖີ່ ແລະບູລະນະລະບົບຫັຼກໝາຍຊາຍແດນລະຫວ່າງສອງປະເທດ, ເຊັນອານຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫັຼກໝາຍຊາຍແດນປະເທດລາວ-ຫວຽດນາມ, ເຊັນສັນຍາ (ໃໝ່) ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນປະເທດລາວ-ຫວຽດນາມ.
          ສອງຝ່າຍໄດ້ເນັ້ນໜັກການພົວພັນຮ່ວມມືຄຸ້ມຄອງຊາຍແດນ ໃນໄລຍະຜ່ານມາຍາມໃດກໍ່ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັບປະກັນຄວາມໝັ້ນຄົງ, ການເມືອງ, ປ້ອງກັນຊາດ, ຄວາມເປັນລະບຽບຮ້ອຍຂອງສັງຄົມຢູ່ບໍລິເວນຊາຍແດນລະຫວ່າງສອງປະເທດກໍ່ຄືການເພີ່ມທະວີສາຍພົວພັນມິດຕະພາບ, ເສດຖະກິດ, ການຄ້າ, ທ່ອງທ່ຽວ ແລະວັດທະນະທຳ, ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຍຸດທະສາດຮອບດ້ານລາວ-ຫວຽດນາມ. ພ້ອມກັນນັ້ນກໍ່ໄດ້ສະແດງຄວາມຍ້ອງຍໍສັນລະເສີນຄວາມພະຍາຍາມຂອງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດທີ່ຜ່ານຜ່າຄວາມຍຸ້ງຍາກທີ່ເກີດຂຶ້ນໃນການຄຸ້ມຄອງຊາຍແດນກໍ່ຄືໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງທີ່ສອງຝ່າຍຈະສືບຕໍ່ແກ້ໄຂໃນຕໍ່ໜ້າ.
          ໃນກອງປະຊຸມນີ້, ສອງຝ່າຍໄດ້ເປັນເອກະພາບກັນ, ໃນຕໍ່ໜ້າກ່ຽວກັບວຽກງານການຄຸ້ມຊາຍແດນລະຫວ່າງສອງປະເທດຄວນຈະສຸມໃສ່ວຽກງານຊຸກຍູ້ ແລະຄຸມຄ້ອງຊາຍແດນຕາມບັນຫາເອກະ  ສານກົດໝາຍທີ່ມີໃນປະຈຸບັນ, ພ້ອມກັນນັ້ນກໍ່ປະຕິບັດລະບຽບການພາຍໃນໃຫ້ສຳເລັດໂດຍໄວ ເພື່ອໃຫ້ບັນດາເອກະສານດັ່ງກ່າວນັ້ນມີຜົນບັງຄັບໃຊ້ໂດຍໄວ; ເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້ເສດຖະກິດ, ການຄ້າ, ວັດທະນະທຳ, ທ່ອງທ່ຽວໃຫ້ມີການຂະຫຍາຍຕົວ; ຂຶ້ນແຜນ ແລະພັດທະນາດ່ານ; ປະຕິບັດຂໍ້ຕົກລົງລະດັບລັດຖະບານກ່ຽວກັບການແກ້ໄຂຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບຢູ່ບໍລິເວນຊາຍແດນລາວ-ຫວຽດນາມ.

          ໃນໂອກາດປິດກອງປະຊຸມ, ຫົວໜ້າຄະນະແທນຊາຍແດນຮ່ວມ ໄດ້ລົງນາມບົດບັນທຶກ ແລະ ເປັນເອກະພາບກັນທີ່ຈະຈັດກອງປະຊຸມຄັ້ງທີXXVIຂອງຄະນະຜູ້ແທນຊາຍແດນລາວ-ຫວຽດນາມຢູ່ສປປລາວ ອີກດ້ວຍ.

No comments:

Post a Comment