Ad

Ad

27 June 2016

ລາວຈູດທຳລາຍຢາເສບຕິດທີ່ຢຶດໄດ້ເປັນຈຳນວນຫລາຍເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ


   ໃນວັນທີ 25 ມິຖຸນານີ້ ເຊິ່ງເປັນວັນສາກົນຕ້ານຢາເສບຕິດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ແລະ ນະຄອນຫລວງວຽງຈັນ ໄດ້ຮ່ວມກັນຈັດພິທີຈູດທຳລາຍຢາເສບຕິດຂຶ້ນທີ່ສະໜາມຫລວງວຽງຈັນ ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວເຂົ້າຮ່ວມເປັນຈຳນວນຫລາຍ.
     ທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄຳເຫັນໃນພິທີວ່າ: ຢາເສບຕິດທີ່ນຳມາຈູດທຳລາຍໃນຄັ້ງນີ້ມີ: ຢາບ້າ 4.348.600 ກວ່າເມັດ, ກັນຊາແຫ້ງ 880 ກວ່າກິໂລ, ຢາໄອ 1,90 ກິໂລ, ເຮໂຣອິນ 34,8 ກິໂລ ແລະ ແປ້ງຝຸ່ນເພື່ອປະສົມຜະລິດຢາເສບຕິດຫລາຍກວ່າ 105 ກິໂລ ທີ່ຢຶດໄດ້ຈາກຂະບວນການຄ້າຂາຍຢາເສບຕິດຕ່າງໆຢູ່ທົ່ວປະເທດ.


    ທ່ານ ພົນຕີ ສົມແກ້ວ ໃຫ້ຮູ້ອີກວ່າ: ໃນໜຶ່ງປີຜ່ານມາ, ເຈົ້າໜ້າທີ່ທຸກຂັ້ນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ແລະ ສາມາດມ້າງຄະດີຢາເສບຕິດໃນທົ່ວປະເທດໄດ້ 2.400 ກວ່າເລື່ອງ, ຈັບກຸມຜູ້ຖືກຫາໄດ້ 3.520 ຄົນ, ຍິງ 530 ຄົນ, ມີຄົນຕ່າງປະເທດ 70 ຄົນ, ຢຶດຢາບ້າໄດ້ 3 ລ້ານກວ່າເມັດ, ເຮໂຣອິນຫລາຍກວ່າ 231 ກິໂລ, ຝຸ່ນດິບຫລາຍກວ່າ 38,90 ກິໂລ, ກັນຊາແຫ້ງຫລາຍກວ່າ 2.890 ກິໂລ, ຢາໄອຫລາຍກວ່າ 150 ກິໂລ, ສານເຄມີເພື່ອຜະລິດຢາເສບຕິດຫລາຍກວ່າ 6.600 ກິໂລ, ແປ້ງຝຸ່ນເພື່ອປະສົມຜະລິດຢາເສບຕິດຫລາຍກວ່າ 1.100 ກິໂລ. ນອກນັ້ນ ຍັງຢຶດພາຫະນະ, ອາວຸດ ແລະ ອຸປະກອນອື່ນໆອີກເປັນຈຳນວນຫລາຍ.

No comments:

Post a Comment