Ad

Ad

27 June 2016

ຜົນກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ເຈົ້າແຂວງ

          ກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ, ເຈົ້າຄອງນະ ຄອນຫລວງ ແລະ ເຈົ້າ ແຂວງທົ່ວປະເທດ ໄດ້ອັດລົງດ້ວຍຜົນສຳເລັດຈົບງາມ ພາຍຫລັງດຳເນີນມາເປັນເວລາ 2 ວັນ ແຕ່ວັນທີ 23-24 ມີຖຸນານີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ເຊິ່ງກອງປະຊຸມໄດ້ລົງມະຕິເດັດຂາດບໍ່ອະນຸຍາດ ໃຫ້ມີການຂຸດຄົ້ນໄມ້ ແລະ ອະນຸມັດໂກ້ຕ້າໄມ້ຕື່ມອີກໃນແຕ່ລະປີ, ພ້ອມຢໍ້າໃຫ້ທ້ອງຖິ່ນຢຸດຕິການສົ່ງອອກໄມ້ທ່ອນ, ໄມ້ຕັບ ແລະ ໄມ້ປະເພດອື່ນໆ, ໂດຍບໍ່ໄດ້ປຸງແຕ່ງເປັນຜະລິດ ຕະພັນສໍາເລັດຮູບ.
          ທ່ານລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທັງເປັນໂຄສົກ ລັດຖະບານ ຈະເລີນ ເຢຍປາວເຮີ ໄດ້ຖະແຫລ່ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ: ກອງປະຊຸມຄັ້ງສຳຄັນ ນີ້ ໄດ້ເຫັນດີເປັນເອກະພາບໃນຫລາຍບັນຫາ ເປັນຕົ້ນ ບັນຫາການຢຸດຕິການສົ່ງໄມ້ອອກ ທີ່ບໍ່ໄດ້ປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ,
ໃຫ້ຢຸດຕິ ການຂຸດຄົ້ນໄມ້ຢ່າງເດັດຂາດ ແລະ ຈະບໍ່ອະນຸຍາດໃຫ້ມີການອະນຸມັດໂກ້ຕ້າໄມ້ອີກໃນແຕ່ລະປີ, ພ້ອມນັ້ນໃຫ້ພາກສ່ວນ ກ່ຽວຂ້ອງຄົ້ນຄວ້າອອກນິຕິກໍາ, ນະໂຍບາຍ ແລະ ລະ ບຽບການຕ່າງໆໃນການຊຸກຍູ້ ສົ່ງ ເສີມການຜະລິດພາຍໃນ, ການປູກໄມ້, ທຸລະກິດໄມ້, ການກໍານົດລາຍການໄມ້ປູກຢ່າງລະ ອຽດ ແລະ ຮັດກຸມ. ທຸກພາກສ່ວນແຕ່ສູນກາງຮອດທ້ອງຖິ່ນ ໃຫ້ຕ້ອງເອົາ ໃຈໃສ່ປະຕິບັດຄໍາ ສັ່ງເລກທີ 15/ນຍ ຢ່າງເຂັ້ມງວດເດັດຂາດ.

          ໃນກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຂະແໜງການຕ່າງໆເອົາໃຈໃສ່ສືບຕໍ່ປະຕິ ບັດເປັນຕົ້ນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຮີບຮ້ອນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ໂດຍສະເພາະແມ່ນບັນຫາຢາເສບຕິດ, ການປຸ້ນຈີ້ ຊິງຊັບ, ການກວດກາຄົນເຂົ້າ-ອອກເມືອງ, ເດັດຂາດບໍ່ໃຫ້ບຸກຄົນບໍ່ດີເລັດລອດເຂົ້າມາສ້າງຄວາມວຸ້ນວາຍໃນສັງຄົມ ແລະ ສ້າງຄວາມເຊື່ອມເສຍໃຫ້ແກ່ປະເທດຊາດ, ໂດຍສະເພາະແມ່ນໄລຍະທີ່ໄດ້ຮັບກຽດເປັນປະທານອາຊຽນ ໃຫ້ມີຄວາມສະຫງົບ ແລະ ປອດໄພ. ພ້ອມນີ້ ກໍຊຸກຍູ້ວຽກງານການຜະລິດເຂົ້ານາປີ ແລະ ການຜະລິດກະສິກໍາເປັນສິນຄ້າເພື່ອໃຫ້ສາມາດ ຕອບສະໜອງຄວາມຕ້ອງການຂອງຕະຫລາດພາຍໃນ, ມີສ່ວນແຮໄວ້ ແລະ ສົ່ງຂາຍອອກ ຕ່າງປະເທດ, ໂດຍສະເພາະການສ້າງຄັງແຮເຂົ້າ ແລະ ສະບຽງອາຫານ, ເຊິ່ງແມ່ນວຽກງານບູລິມະສິດໜຶ່ງຂອງລັດຖະບານ ແລະ ຈໍາເປັນຮີບດ່ວນໃນສະພາວະທີ່ຫລາຍພື້ນທີ່ ຂອງໂລກປະສົບໄພພິບັດທໍາມະຊາດ, ເຊິ່ງຜ່ານມາລັດຖະບານໄດ້ຖືເອົາແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດເປັນແຫລ່ງຜະລິດເຂົ້າເພື່ອຄໍ້າສະບຽງອາຫານ, ສ່ວນຢູ່ບັນດາແຂວງອື່ນໆຖ້າມີເງື່ອນໄຂກໍພ້ອມກັນເຮັດເພື່ອຮັບປະກັນໃຫ້ປະຊາຊົນມີຢູ່ມີກິນ. ສ່ວນວຽກງານການສຶກສາກໍເອົາໃຈ ໃສ່ຈັດຕັ້ງປະຕິບັດຕໍ່ການຄຸ້ມຄອງສະຖາບັນການສຶກສາພາຍໃນປະເທດແນ່ໃສ່ສຶກສາອົບຮົມນັກຮຽນ, ນັກສຶກສາ, ສ້າງກິດຈະກໍາທີ່ສົ່ງເສີມເພີ່ມທັກສະຄວາມຮູ້, ຄວາມສາມາດທີ່ຕັ້ງໜ້າຮອບດ້ານໃຫ້ແກ່ເຂົາເຈົ້າເພື່ອຫລີກລ້ຽງການພົວພັນນໍາບັນຫາທີ່ເປັນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມແນ່ໃສ່ສ້າງ ພື້ນຖານການສຶກສາທີ່ໜັກແໜ້ນເພື່ອກ້າວໄປສູ່ການພັດທະນາຕາມທິດຍືນຍົງ; ສ່ວນວຽກງານຖະ ແຫລ່ງຂ່າວກໍເພີ່ມທະວີເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ທີ່ວາງ ອອກໃຫ້ກວ້າງຂວາງ ແລະ ເລິກເຊິ່ງ, ພ້ອມທັງນໍາໃຊ້ວຽກງານສື່ມວນຊົນໃຫ້ເປັນກະບອກສຽງທີ່ສໍາຄັນໃນການຕໍ່ສູ່ຕ້ານປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມນັບທັງສື່ສັງຄົມອອນລາຍ ທີ່ພວກຄົນບໍ່ດີສວຍໃຊ້ໂຄສະນາທັບຖົມ ແລະ ໃສ່ຮ້າຍປ້າຍສີລະບອບໃໝ່ຂອງພັກເຮົາ, ຍົກລະດັບວຽກງານໂຄສະນາເພື່ອເສີມຂະຫຍາຍປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີ ແລະ ຂະນົບທໍານຽບອັນດີງາມຂອງຊາດໃຫ້ຕິດພັນກັບການສົ່ງເສີມການທ່ອງທ່ຽວ, ໂດຍສະເພາະແມ່ນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ເພື່ອໃຫ້ວຽກ ງານໂຄສະນາສື່ສານສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບສາກົນຍຸກແຫ່ງໂລກຂໍ້ມູນຂ່າວສານ ທັນສະໄໝ. ນອກນີ້ຂະແໜງໂຍທາທິການ ແລະ ຂົນສົ່ງສົມທົບກັບນະຄອນ ຫລວງວຽງຈັນ ຮີບຮ້ອນຄົ້ນຄວ້າກ່ຽວກັບປ້າຍສັນຍານຈາລະຈອນ, ກໍານົດການຈາລະຈອນໃຫ້ຈະແຈ້ງກວດກາຄືນສະພາບຂອງຖະໜົນໃນນະຄອນຫລວງວຽງຈັນ, ໃນດ້ານເຕັກນິກທີ່ເປັນສາເຫດກໍໃຫ້ເກີດອຸບັດເຫດ ແລະ ຈາລະຈອນຕິດຂັດ. ພ້ອມດຽວກັນ ກໍເອົາໃຈໃສ່ກວດຄືນການສັນຈອນທາງຍ່າງ, ປ້າຍໂຄສະນາຕ່າງໆລວມທັງການສ້າງ ບ່ອນຈອດລົດໃນຕົວເມືອງເພື່ອແກ້ໄຂບັນຫາການຈອດລົດຊະຊາຍ ແລະ ບັນຫາອື່ນໆ.

No comments:

Post a Comment