Ad

Ad

28 June 2016

ສະພາບເສັ້ນທາງເປ່ເພຍ້ອນຄຸນນະພາບຍັງແກ້ໄຂບໍ່ຕົກ

          ປີນີ້ກໍເຊັ່ນດຽວກັນກັບຫຼາຍໆປີຜ່ານມາ, ນັບແຕ່ເລີ່ມເຂົ້າສູ່ລະດູຝົນມານີ້, ເສັ້ນທາງສາຍຫຼັກ ແລະ ທາງຊອຍຫຼາຍສາຍໃນນະຄອນຫຼວງວຽງຈັນໄດ້ເລີ່ມມີສະພາບເປ່ເພ, ເປັນບວກ, ເປັນຂຸມນັບມື້ຫຼາຍຂຶ້ນ, ທັງໆທີ່ເສັ້ນທາງເຫຼົ່ານັ້ນຫາກໍໄດ້ຮັບການກໍ່ສ້າງສ້ອມແປງ, ເຖິງວ່າຍັງບໍ່ທັນຮ້າຍແຮງ, ແຕ່ກໍສ້າງຄວາມຫຍຸ້ງຍາກລຳບາກໃຫ້ແກ່ການສັນຈອນໄປມາຫຼາຍສົມຄວນ ແລະ ໄດ້ເກີດຫາງສຽງວິ ພາກວິຈານຕ່າງໆນາໆຈາກສັງຄົມ, ໂດຍສະເພາະແມ່ນເສັ້ນທາງຊອຍເຂົ້າບ້ານຕ່າງໆ ແລະ ເສັ້ນ ທາງເກົ່າແກ່ມີສະພາບຊຸດໂຊມ, ເຊັ່ນດຽວກັບເສັ້ນທາງໜອງບຶກ-ໜອງພະຍາດທີ່ຫາຫໍໄດ້ຮັບການສ້ອມແປງສຸກເສີນໃນອາທິດຜ່ານມານີ້, ແຕ່ມາຮອດປັດຈຸບັນມີບາງຈຸດໄດ້ເລີ່ມເປ່ເພຄືເກົ່າ, ຊ້ຳບໍ່ໜ່ຳໃນເວລາຝົນຕົກລົງມາກໍເຕັມໄປດ້ວຍຂີຕົມທີ່ເກີດຈາກດິນ-ຫີນ-ຊາຍທີ່ພາກສ່ວນກ່ຽວຂ້ອງເອົາມາຖົມເພື່ອ
ປົວແປງພໍແລ້ວມື້ແລ້ວ ວັນ ແລະ ສະພາບແບບນີ້ກໍເປັນມາເລື້ອຍໆໃນແຕ່ລະປີ, ແຕ່ຍັງບໍ່ໄດ້ຮັບປັບປຸງໃຫ້ເດັດ ຂາດ ແລະ ບໍ່ຮູ້ວ່າຍັງອີກດົນປານໃດຈຶ່ງຈະສາມາດແກ້ໄຂໄດ້, ເພື່ອບໍ່ໃຫ້ສິ້ນເປືອງວັນຖຸເງິນ ຄຳ ເລະ ເຫືອແຮງໄປຫຼາຍກວ່ານີ້, ອັນເນື່ອງມາຈາກການກໍ່ສ້າງບໍ່ໄດ້ມາດຕະຖານ, ຍັງຂາດການຄຸ້ມຄອງນຳໃຊ້ທີ່ຮັດກຸມ, ໂດຍສະເພາະແມ່ນ: ການຄວບຄຸມລົດບັນທຸກໝັກເກີນອັນເປັນສາເຫດຫຼັກທີ່ເຮັດໃຫ້ເສັ້ນທາງເປ່ເພແມ່ນຍັງເຮັດບໍ່ທັນໄດ້ດີ.

No comments:

Post a Comment