Ad

Ad

28 June 2016

ສານນະຄອນຫລວງຕັດສິນລົງໂທດຜູ້ຄ້າຂາຍຢາເສບຕິດ

     ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສິນລົງໂທດທ້າວ ສຸກສາຄອນ (ອາ) ອາຍຸ 25 ປີ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ໃຫ້ຈຳຄຸກເປັນເວລາ 10 ປີ 6 ເດືອນ ພ້ອມປັບໄໝ 50 ລ້ານກີບ ແລະ ທ້າວ ຈັນສະໝອນ ອາຍຸ 28 ປີ ຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ໃຫ້ຈຳຄຸກເປັນເວລາ 5 ປີ ພ້ອມປັບໄໝ 10 ລ້ານກີບ ໃນຂໍ້ຫາຄ້າຂາຍຢາເສບຕິດ ໂດຍທ້າວ ສຸກສາຄອນ ຖືກເຈົ້າໜ້າທີ່ຈັບຕົວ ພ້ອມຂອງກາງຢາບ້າຈຳນວນ 540 ເມັດ ມາດຳເນີນຄະດີ ເມື່ອກາງປີ 2015 ຜ່ານມາ ກໍຮັບສາລະພາບວ່າ: ຕົນໄດ້ເລີ່ມເສບ ແລະ ຂາຍຢາບ້າມາແຕ່ປີ 2013 ໂດຍຊີ້ນຳຂະບວນການຄ້າຂາຍຢາເສບຕິດໃນເຂດເມືອງຈັນທະບູລີ ເພື່ອເອົາມາຈຳໜ່າຍຕໍ່ໃຫ້ຊາວໜຸ່ມທີ່ຢູ່ບ້ານດຽວກັນ ແລະ ບ້ານໃກ້ຄຽງ, ສ່ວນທ້າວ ຈັນສະໝອນ ຫລັງຖືກເຈົ້າໜ້າທີ່ຈັບໄດ້ໃນໄລຍະໄລ່ເລ່ຍກັນ ພ້ອມຂອງກາງຢາບ້າຈຳນວນ 56 ເມັດ ແລະ ຢາໄອຈຳນວນໜຶ່ງ ກໍຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຕົນໄດ້ເລີ່ມເສບ ແລະ ຄ້າຂາຍຢາເສບຕິດມາແຕ່ຕົ້ນປີ 2015 ໂດຍຊື້ຢາບ້າມາຈາກໝູ່ເຊັ່ນກັນ.


     ສປປ ລາວ ແມ່ນປະເທດໜຶ່ງທີ່ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານຢາເສບຕິດທຸກປະເພດ ເຊິ່ງໄດ້ມີຫລາຍໆນິຕິກຳ ເພື່ອເປັນເຄື່ອງມືໃນການປາບປາມຂະບວນການລັກລອບຄ້າຂາຍຢາເສບຕິດຢ່າງເຂັ້ມງວດ ເຊິ່ງໃນພິທີຈູດທຳລາຍຢາເສບຕິດໃນໂອກາດວັນສາກົນຕ້ານຢາເສບຕິດ ເມື່ອວັນທີ 25 ມິຖຸນາຜ່ານມາ, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຕີ ສົມແກ້ວ ສີລາວົງ ໄດ້ລາຍງານວ່າ: ປີຜ່ານມາ, ເຈົ້າໜ້າທີ່ທຸກຂັ້ນສາມາດມ້າງຄະດີຢາເສບຕິດໃນທົ່ວປະເທດໄດ້ຫລາຍກວ່າ 2.400 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 3.520 ຄົນ, ຍິງ 530 ຄົນ, ຄົນຕ່າງປະເທດ 70 ຄົນ, ຢຶດຢາບ້າໄດ້ຫລາຍກວ່າ 3 ລ້ານເມັດ, ເຮໂຣອິນຫລາຍກວ່າ 231 ກິໂລ, ກັນຊາຫລາຍກວ່າ 2.890 ກິໂລ, ຢາໄອຫລາຍກວ່າ 150 ກິໂລ ແລະ ສານເຄມີສ່ວນປະສົມຜະລິດຢາເສບຕິດອີກຫລາຍລາຍການ, ພ້ອມອາວຸດ, ພາຫະນະ ແລະ ອຸປະກອນອື່ນໆອີກເປັນຈຳນວນຫລາຍ.

No comments:

Post a Comment