Ad

Ad

28 June 2016

ຈະແກ້ໄຂສະພາບອຸປະຕິເຫດບົນທ້ອງຖະໜົນໃຫ້ຫລຸດລົງແນວໃດ ?

     ເມື່ອທ້າຍອາທິດຜ່ານມາ, ມີເຈົ້າໜ້າທີ່ກ່ຽວຂ້ອງໄດ້ຮື້ຖັງປູກດອກໄມ້ຄູກາງທາງຈຸດສີ່ແຍກໄຟອຳນາດສາຍລົມເບື້ອງໂຮງແຮມວຽງຈັນພລາຊາອອກ, ຫລັງຈາກຖັງດອກໄມ້ຈຸດດັ່ງກ່າວມັກມີລົດໃຫຍ່ມາຕຳເອົາເລື້ອຍໆ ເຊິ່ງສອງຄັ້ງຫລ້າສຸດແມ່ນເກີດຂຶ້ນເມື່ອກາງເດືອນມິຖຸນານີ້ຈົນມຸ່ນແອະແຍະ, ເມື່ອຖາມປະຊາຊົນຜູ້ຢູ່ໃກ້ຄຽງ ລົດໃຫຍ່ທີ່ມາຕຳມີສະພາບເປ່ເພເລັກໜ້ອຍ, ສ່ວນຄົນຂັບ ແລະ ຜູ້ນັ່ງມານຳໄດ້ຮັບບາດເຈັບເລັກໜ້ອຍເຊັ່ນກັນ, ແຕ່ຖັງດອກໄມ້ທີ່ເປ່ເພແມ່ນຖືກປະປ່ອຍໄປເກືອບເປັນອາ ທິດກ່ອນພາກສ່ວນກ່ຽວຂ້ອງຈະເອົາກຳລັງແຮງງານກຳມະກອນມາຮື້ອອກໄປ. ນີ້ເປັນພຽງຈຸດໜຶ່ງຂອງຫລາຍໆກໍລະນີທີ່ຊີ້ໃຫ້ເຫັນວ່າ ຊັບສິນຂອງສ່ວນລວມຍັງຖືກທຳລາຍຢ່າງຕໍ່ເນື່ອງ ຄືດັ່ງກ່າວ.


     ປັດຈຸບັນ, ສະພາບຍວດຍານພາຫະນະຢູ່ປະເທດເຮົາແມ່ນເພີ່ມຂຶ້ນຫລາຍນັບມື້. ຕາມການຕິດ ຕາມຂອງໜ່ວຍງານກ່ຽວຂ້ອງເຫັນວ່າ ຢູ່ນະຄອນຫລວງວຽງຈັນມີພາຫະນະເພີ່ມຂຶ້ນອາທິດໜຶ່ງເກືອບ 2 ພັນຄັນ. ຈາກສະພາບດັ່ງກ່າວຈຶ່ງເຮັດໃຫ້ມີຜົນສະທ້ອນອັນບໍ່ດີຫລາຍດ້ານຕາມມາ ຄືຄວາມແອອັດສັບສົນ ແລະ ບໍ່ເປັນລະບຽບຮຽບຮ້ອຍໃນທ້ອງຖະໜົນມີເພີ່ມຂຶ້ນ, ສະພາບອຸປະຕິເຫດເພີ່ມຂຶ້ນ, ການສ້າງມົນລະພິດທາງອາກາດ ແລະ ທຳລາຍສະພາບແວດລ້ອມມີຫລາຍຂຶ້ນ ແລະ ອື່ນໆ. ແຕ່ອັນໂຕທີ່ຢາກເວົ້າເນັ້ນໃສ່ນີ້ກໍແມ່ນບັນຫາອຸປະຕິເຫດບົນທ້ອງຖະໜົນເຫັນວ່າຍັງເປັນສິ່ງທີ່ສັງຄົມມີຄວາມເປັນຫ່ວງທີ່ສຸດ ເພາະວ່າມັນເກີດຂຶ້ນບໍ່ເວັ້ນວັນ, ບາງມື້ມີເປັນຫ້າເປັນສິບຈົນລົດກູ້ໄພບໍ່ໄດ້ຢູ່ໄດ້ເຊົາ ເພື່ອນຳເອົາຜູ້ບາດເຈັບນຳສົ່ງໂຮງໝໍ. ເມື່ອສະຫລຸບສະຖິຕິເປັນເດືອນ, ເປັນປີກໍມີຜູ້ເຈັບຜູ້ຕາຍເປັນຫລາຍສິບ, ຫລາຍຮ້ອຍເປັນທີ່ໜ້າຕົກໃຈ ເຊິ່ງນອກຈາກອຸປະຕິເຫດລົດຕຳລົດແລ້ວ, ປາກົດການລົດຕຳເອົາປ້າຍຫ້າມ, ເສົາໄຟຟ້າ, ໄຟເຍືອງທາງ, ຄູກາງທາງ ແລະ ຊັບສິນຂອງລັດປະເພດອື່ນໆກໍມີຫລາຍກໍລະນີ. ຕົວຢ່າງເມື່ອກາງເດືອນມິຖຸນານີ້ກໍມີລົດໃຫຍ່ໄປຕຳເອົາປ້າຍຫ້າມຢູ່ສີ່ແຍກໄຟອຳນາດໂພນສະອາດ, ຕໍ່ມາກໍເກີດມີລົດກະບະເສຍຫລັກແລ່ນເຈືອກເຂົ້າຮ້ານອາຫານຕໍ່ໜ້າໂຮງແຮມລາວພລາຊາດັ່ງນີ້ເປັນຕົ້ນ ເຊິ່ງສາເຫດຕົ້ນຕໍກໍແມ່ນຍ້ອນຄວາມປະໝາດຂອງກະໂຕຜູ້ຂັບຂີ່ເອງ ເປັນຕົ້ນດື່ມສິ່ງມຶນເມົາແລ້ວຂັບລົດ, ຂັບຂີ່ລົດໄວບໍ່ເຄົາລົບກົດລະບຽບຈະລາຈອນ ແລະ ອື່ນໆ. ນອກຈາກນີ້ ການອອກແບບເສັ້ນທາງ, ການຕິດຕັ້ງບັນດາປ້າຍສັນຈອນບາງຈຸດກໍເຫັນວ່າບໍ່ມີຄວາມເໝາະສົມ ແລະ ບໍ່ໄປຕາມມາດຖານເຕັກນິກດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ຜູ້ຂັບຂີ່ເກີດຄວາມສັບສົນໃນການປະຕິບັດ ແລະ ມີຄວາມສ່ຽງເກີດອຸປະຕິເຫດໄດ້ງ່າຍໃນບາງເສັ້ນທາງ ເຊິ່ງບັນຫາເຫລົ່ານີ້ຖ້າບໍ່ມີການກວດກາປັບປຸງຈັດສັນໃຫ້ດີກວ່າເກົ່າແລ້ວກໍຍິ່ງຈະເຮັດໃຫ້ມີຜູ້ບາດເຈັບລົ້ມຕາຍ, ຊັບສິນຂອງບຸກຄົນ ແລະ ລວມໝູ່ເສຍຫາຍເພີ່ມຂຶ້ນ. ໃນກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ເຈົ້າແຂວງທີ່ສຳເລັດລົງເມື່ອບໍ່ດົນມານີ້ ກໍມີມະຕິໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງສົມທົບກັບນະຄອນຫລວງວຽງຈັນຮີບຮ້ອນຄົ້ນຄວ້າປຶກສາຫາລືກ່ຽວກັບປ້າຍສັນຍານຈະລາຈອນ, ເສັ້ນກຳນົດການຈະລາຈອນໃຫ້ຈະແຈ້ງ, ກວດຄືນສະພາບຖະໜົນຫົນທາງ ໂດຍສະເພາະສະພາບດ້ານເຕັກນິກທີ່ເປັນສາເຫດກໍ່ໃຫ້ເກີດອຸປະ ຕິເຫດ ແລະ ການຈະລາຈອນຕິດຂັດ ໂດຍໃຫ້ຄຳນຶງເຖິງຄວາມປອດໄພຂອງຜູ້ໃຊ້ລົດໃຊ້ຖະໜົນເປັນຫລັກ. ພ້ອມດຽວກັນນີ້ ກໍໃຫ້ເອົາໃຈໃສ່ ແລະ ກວດຄືນການຈັດສັນທາງຍ່າງຂອບທາງ, ປ້າຍໂຄສະ ນາຕ່າງໆ ລວມທັງການສ້າງບ່ອນຈອດລົດໃນຕົວເມືອງໃຫ້ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພດີຂຶ້ນ.ຈະແກ້ໄຂສະພາບອຸປະຕິເຫດບົນທ້ອງຖະໜົນໃຫ້ຫລຸດລົງແນວໃດ ?.
     ເມື່ອທ້າຍອາທິດຜ່ານມາ, ມີເຈົ້າໜ້າທີ່ກ່ຽວຂ້ອງໄດ້ຮື້ຖັງປູກດອກໄມ້ຄູກາງທາງຈຸດສີ່ແຍກໄຟອຳນາດສາຍລົມເບື້ອງໂຮງແຮມວຽງຈັນພລາຊາອອກ, ຫລັງຈາກຖັງດອກໄມ້ຈຸດດັ່ງກ່າວມັກມີລົດໃຫຍ່ມາຕຳເອົາເລື້ອຍໆ ເຊິ່ງສອງຄັ້ງຫລ້າສຸດແມ່ນເກີດຂຶ້ນເມື່ອກາງເດືອນມິຖຸນານີ້ຈົນມຸ່ນແອະແຍະ, ເມື່ອຖາມປະຊາຊົນຜູ້ຢູ່ໃກ້ຄຽງ ລົດໃຫຍ່ທີ່ມາຕຳມີສະພາບເປ່ເພເລັກໜ້ອຍ, ສ່ວນຄົນຂັບ ແລະ ຜູ້ນັ່ງມານຳໄດ້ຮັບບາດເຈັບເລັກໜ້ອຍເຊັ່ນກັນ, ແຕ່ຖັງດອກໄມ້ທີ່ເປ່ເພແມ່ນຖືກປະປ່ອຍໄປເກືອບເປັນອາ ທິດກ່ອນພາກສ່ວນກ່ຽວຂ້ອງຈະເອົາກຳລັງແຮງງານກຳມະກອນມາຮື້ອອກໄປ. ນີ້ເປັນພຽງຈຸດໜຶ່ງຂອງຫລາຍໆກໍລະນີທີ່ຊີ້ໃຫ້ເຫັນວ່າ ຊັບສິນຂອງສ່ວນລວມຍັງຖືກທຳລາຍຢ່າງຕໍ່ເນື່ອງ ຄືດັ່ງກ່າວ.
     ປັດຈຸບັນ, ສະພາບຍວດຍານພາຫະນະຢູ່ປະເທດເຮົາແມ່ນເພີ່ມຂຶ້ນຫລາຍນັບມື້. ຕາມການຕິດ ຕາມຂອງໜ່ວຍງານກ່ຽວຂ້ອງເຫັນວ່າ ຢູ່ນະຄອນຫລວງວຽງຈັນມີພາຫະນະເພີ່ມຂຶ້ນອາທິດໜຶ່ງເກືອບ 2 ພັນຄັນ. ຈາກສະພາບດັ່ງກ່າວຈຶ່ງເຮັດໃຫ້ມີຜົນສະທ້ອນອັນບໍ່ດີຫລາຍດ້ານຕາມມາ ຄືຄວາມແອອັດສັບສົນ ແລະ ບໍ່ເປັນລະບຽບຮຽບຮ້ອຍໃນທ້ອງຖະໜົນມີເພີ່ມຂຶ້ນ, ສະພາບອຸປະຕິເຫດເພີ່ມຂຶ້ນ, ການສ້າງມົນລະພິດທາງອາກາດ ແລະ ທຳລາຍສະພາບແວດລ້ອມມີຫລາຍຂຶ້ນ ແລະ ອື່ນໆ. ແຕ່ອັນໂຕທີ່ຢາກເວົ້າເນັ້ນໃສ່ນີ້ກໍແມ່ນບັນຫາອຸປະຕິເຫດບົນທ້ອງຖະໜົນເຫັນວ່າຍັງເປັນສິ່ງທີ່ສັງຄົມມີຄວາມເປັນຫ່ວງທີ່ສຸດ ເພາະວ່າມັນເກີດຂຶ້ນບໍ່ເວັ້ນວັນ, ບາງມື້ມີເປັນຫ້າເປັນສິບຈົນລົດກູ້ໄພບໍ່ໄດ້ຢູ່ໄດ້ເຊົາ ເພື່ອນຳເອົາຜູ້ບາດເຈັບນຳສົ່ງໂຮງໝໍ. ເມື່ອສະຫລຸບສະຖິຕິເປັນເດືອນ, ເປັນປີກໍມີຜູ້ເຈັບຜູ້ຕາຍເປັນຫລາຍສິບ, ຫລາຍຮ້ອຍເປັນທີ່ໜ້າຕົກໃຈ ເຊິ່ງນອກຈາກອຸປະຕິເຫດລົດຕຳລົດແລ້ວ, ປາກົດການລົດຕຳເອົາປ້າຍຫ້າມ, ເສົາໄຟຟ້າ, ໄຟເຍືອງທາງ, ຄູກາງທາງ ແລະ ຊັບສິນຂອງລັດປະເພດອື່ນໆກໍມີຫລາຍກໍລະນີ. ຕົວຢ່າງເມື່ອກາງເດືອນມິຖຸນານີ້ກໍມີລົດໃຫຍ່ໄປຕຳເອົາປ້າຍຫ້າມຢູ່ສີ່ແຍກໄຟອຳນາດໂພນສະອາດ, ຕໍ່ມາກໍເກີດມີລົດກະບະເສຍຫລັກແລ່ນເຈືອກເຂົ້າຮ້ານອາຫານຕໍ່ໜ້າໂຮງແຮມລາວພລາຊາດັ່ງນີ້ເປັນຕົ້ນ ເຊິ່ງສາເຫດຕົ້ນຕໍກໍແມ່ນຍ້ອນຄວາມປະໝາດຂອງກະໂຕຜູ້ຂັບຂີ່ເອງ ເປັນຕົ້ນດື່ມສິ່ງມຶນເມົາແລ້ວຂັບລົດ, ຂັບຂີ່ລົດໄວບໍ່ເຄົາລົບກົດລະບຽບຈະລາຈອນ ແລະ ອື່ນໆ. ນອກຈາກນີ້ ການອອກແບບເສັ້ນທາງ, ການຕິດຕັ້ງບັນດາປ້າຍສັນຈອນບາງຈຸດກໍເຫັນວ່າບໍ່ມີຄວາມເໝາະສົມ ແລະ ບໍ່ໄປຕາມມາດຖານເຕັກນິກດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ຜູ້ຂັບຂີ່ເກີດຄວາມສັບສົນໃນການປະຕິບັດ ແລະ ມີຄວາມສ່ຽງເກີດອຸປະຕິເຫດໄດ້ງ່າຍໃນບາງເສັ້ນທາງ ເຊິ່ງບັນຫາເຫລົ່ານີ້ຖ້າບໍ່ມີການກວດກາປັບປຸງຈັດສັນໃຫ້ດີກວ່າເກົ່າແລ້ວກໍຍິ່ງຈະເຮັດໃຫ້ມີຜູ້ບາດເຈັບລົ້ມຕາຍ, ຊັບສິນຂອງບຸກຄົນ ແລະ ລວມໝູ່ເສຍຫາຍເພີ່ມຂຶ້ນ. ໃນກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ເຈົ້າແຂວງທີ່ສຳເລັດລົງເມື່ອບໍ່ດົນມານີ້ ກໍມີມະຕິໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງສົມທົບກັບນະຄອນຫລວງວຽງຈັນຮີບຮ້ອນຄົ້ນຄວ້າປຶກສາຫາລືກ່ຽວກັບປ້າຍສັນຍານຈະລາຈອນ, ເສັ້ນກຳນົດການຈະລາຈອນໃຫ້ຈະແຈ້ງ, ກວດຄືນສະພາບຖະໜົນຫົນທາງ ໂດຍສະເພາະສະພາບດ້ານເຕັກນິກທີ່ເປັນສາເຫດກໍ່ໃຫ້ເກີດອຸປະ ຕິເຫດ ແລະ ການຈະລາຈອນຕິດຂັດ ໂດຍໃຫ້ຄຳນຶງເຖິງຄວາມປອດໄພຂອງຜູ້ໃຊ້ລົດໃຊ້ຖະໜົນເປັນຫລັກ. ພ້ອມດຽວກັນນີ້ ກໍໃຫ້ເອົາໃຈໃສ່ ແລະ ກວດຄືນການຈັດສັນທາງຍ່າງຂອບທາງ, ປ້າຍໂຄສະ ນາຕ່າງໆ ລວມທັງການສ້າງບ່ອນຈອດລົດໃນຕົວເມືອງໃຫ້ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພດີຂຶ້ນ.

No comments:

Post a Comment