Ad

Ad

28 June 2016

ເພີ່ມທັກສະໃນວຽກງານສະຖິຕິປະຈຳປີ 2016

          ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖິຕິແຫ່ງຊາດ ຄົບຮອບ 5 ປີ (30 ມິຖຸນາ 2010-30 ມິຖຸນາ 2016) ແລະ ວັນສະຖິຕິໂລກ 20 ຕຸລາ, ສູນສະຖິຕິແຫ່ງຊາດ ໄດ້ຈັດສຳມະນາວຽກງານສະຖິຕິ ຂຶ້ນໃນວັນທີ 27-29 ມິຖຸນາ 2016 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ITCT) ໂດຍການເປັນປະທານຂອງທ່ານ ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍວິຊາການວຽກງານສະຖິຕິ ຈາກກະຊວງອ້ອມຂ້າງສູນກາງເຂົ້າຮ່ວມ.
          ການສຳມະນາຄັ້ງນີ້ ມີ 3 ຫົວຂໍ້ ຄື: ເພີ່ມຄວາມເຂົ້າໃຈກ່ຽວກັບ ການເພີ່ມປະສິດທິພາບໃນການຜະລິດສະຖິຕິເສດຖະກິດ-ສັງຄົມ ເພື່ອມາຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ໂດຍລົງເລິກໃສ່ບັນດາດັດຊະນີໝາຍ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ
ແຫ່ງຊາດ ກໍຄືເປົ້າໝາຍການພັດທະນາແບບຍືນຍົງ (SDGs), ແຈ້ງການດຳເນີນສຳຫລວດ ຫົວໜ່ວຍວິສາຫະກິດ-ຫ້າງຮ້ານປະຈຳປີ 2015 ແລະ ການເປີດບັ້ນສຳຫລວດດັດຊະນີໝາຍ ທາງສັງຄົມ ຂອງ ສປປ ລາວ (LSISII) ແລະ ການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2010-2020 ພ້ອມທັງກະກຽມການປັບປຸງຍຸດທະສາດ ການພັດທະນາ 2016-2020.

          ທ່ານ ສະໃໝຈັນ ບຸບຜາ ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ການຜະລິດ ແລະ ສະໜອງຂໍ້ມູນໃຫ້ມີຄວາມສອດ   ຄ່ອງ, ດັ່ງທີ່ຮູ້ນຳກັນແລ້ວວ່າ ສປປ ລາວ ໄດ້ເປີດກວ້າງການຮ່ວມມືກັບສາກົນ ແລະ ພາກພື້ນ. ເປັນຕົ້ນແມ່ນປະເທດເຮົາໄດ້ກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ໃນທ້າຍປີ 2015 ຜ່ານມາ, ເຊິ່ງເປັນກາລະໂອກາດ ແລະ ສິ່ງທ້າທາຍສຳລັບລະບົບສະຖິຕິແຫ່ງຊາດ. ເວົ້າລວມ, ເວົ້າສະເພາະ ແມ່ນການສ້າງຂໍ້ມູນສະຖິຕິທາງການທີ່ມີຄຸນນະພາບ ສາມາດສົມທຽບໄດ້ກັບສາກົນ, ຍິ່ງໄປກ່ວານັ້ນ ປະເທດເຮົາຮ່ວມກັບປະຊາຄົມໂລກ ຈະໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ເຊິ່ງປະທານປະເທດເຮົາ ຮ່ວມກັບປະມຸກລັດທົ່ວໂລກ ໄດ້ພ້ອມກັນຮັບຮອງເອົາໃນເດືອນກັນຍາ ປີ 2015 ທີ່ຜ່ານມາ, ເປົ້າໝາຍດັ່ງກ່າວ ຈະມີຫລາຍຕົວຊີ້ບອກໃໝ່ ທີ່ພວກເຮົາຈະໄດ້ພ້ອມກັນພັດທະນາ ແລະ ຜະລິດຂໍ້ມູນ ເພື່ອສາມາດຕອບສະໜອງ ແລະ ເປັນບ່ອນອີງໃຫ້ແກ່ລັດຖະບານ ໃນການຕິດຕາມ ແລະ ປະເມີນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ແຜນງານ ເຊິ່ງມີຄວາມຈຳເປັນຕ້ອງມີຊຸດຂໍ້ມູນສະຖິຕິທາງການທີ່ຄົບຖ້ວນ, ຊັດເຈນ ແລະ ທັນເວລາ, ສະນັ້ນ, ການຈັດຕັ້ງປະຕິບັດວຽກງານສະຖິຕິແມ່ນຈຳເປັນຢ່າງພາວະວິໄສ ແລະ ບໍ່ສາມາດຫລີກລ້ຽງໄດ້ ເຊິ່ງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຕ້ອງໄດ້ມີສ່ວນຮ່ວມ, ສະໜັບສະໜູນ ແລະ ປະກອບສ່ວນເພື່ອເຮັດໃຫ້ການພັດທະນາລະບົບສະຖິຕິແຫ່ງຊາດ ມີຄວາມເຂັ້ມແຂງຢ່າງຮອບ ດ້ານ ແລະ ຍືນຍົງ.

No comments:

Post a Comment