Ad

Ad

28 June 2016

ລາວຫາລືມາດຕະການຄວບຄຸມການເໜັງຕີງຂອງລາຄາສິນຄ້າ

    ສປປ ລາວ ພວມເລັ່ງຫາມາດຕະການຄວບຄຸມການເໜັງຕີງຂອງລາຄາສິນຄ້າອຸປະໂພກ-ບໍລິໂພກໃຫ້ມີປະສິດທິຜົນ, ພາຍຫລັງເຫັນວ່າການຂຶ້ນລົງຂອງລາຄາສິນຄ້າແບບບໍ່ມີລະບຽບສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງສັງຄົມ ໂດຍສະເພາະປະເພດໄຟຟ້າ, ຊີ້ນ, ປາ ແລະ ອື່ນໆ ທີ່ເຫັນວ່າມີລັກສະນະຖີບຕົວສູງຂຶ້ນຜິດປົກກະຕິ ແລະ ມີຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ, ກຳມະກອນ ກໍຄືຜູ້ມີລາຍຮັບຕໍ່າຍິ່ງມີຄວາມຝືດເຄືອງຫລາຍຂຶ້ນ. ຂະນະທີ່ສິນຄ້າທີ່ຄາດວ່າຈະມີລາຄາສູງ ແລະ ເປັນທີ່ຕ້ອງການຂອງຕະຫລາດຕ່າງປະເທດເຊັ່ນ: ກາເຟ, ມັນຕົ້ນ, ສາລີ, ຢາງພາລາ ແລະ ອື່ນໆ ພັດມີລາຄາຕົກຕໍ່າຈົນເຮັດໃຫ້ຊາວສວນໃນຫລາຍທ້ອງຖິ່ນປະສົບບັນຫາຫລຸບທຶນເປັນຈຳນວນຫລາຍ ແລະ ຫັນໄປປູກພືດອື່ນແທນ.


     ໃນກອງປະຊຸມປຶກສາຫາລືລະຫວ່າງກຳມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບສະພາບການເໜັງຕີງຂອງລາຄາສິນຄ້າ ແລະ ການຄຸ້ມຄອງການນຳເຂົ້າ-ສົ່ງອອກສິນຄ້າ ເມື່ອບໍ່ດົນມານີ້ ໄດ້ມີຄວາມເຫັນເປັນເອກະພາບກັນວ່າໃນຕໍ່ໜ້ານີ້ ຕ້ອງໄດ້ຄົ້ນຄວ້າຫາມາດຕະການໃນການຄຸ້ມຄອງລາຄາສິນຄ້າໃຫ້ເຂັ້ມງວດກວ່າເກົ່າ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງດ້ານເສດຖະກິດຂອງປະເທດເຮົາ, ທັງເປັນການແກ້ໄຂບັນຫາປາກທ້ອງທີ່ສັງຄົມມີຄວາມເປັນຫ່ວງຫລາຍໃນປັດຈຸບັນ ແລ້ວລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດຄົ້ນຄວ້າພິຈາລະນາບັນດາມາດຕະການຈັດຕັ້ງປະຕິບັດຢ່າງເໝາະສົມ. ຂະນະດຽວກັນ ໃນກອງປະຊຸມຮ່ວມຄະນະລັດຖະບານ ແລະ ເຈົ້າແຂວງທີ່ສຳເລັດລົງເມື່ອທ້າຍອາທິດຜ່ານມານີ້ ກໍໄດ້ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຊອກຕະຫລາດ ເພື່ອຮອງຮັບການຜະລິດສິນຄ້າຂອງປະຊາຊົນ ແລະ ຮີບຮ້ອນດັດສົມລາຄາສິນຄ້າຕາມທ້ອງຕະຫລາດ ລວມເຖິງໃຫ້ຕິດລາຄາສິນຄ້ານຳເຂົ້າມາບໍລິໂພກເປັນພາສາລາວອີກດ້ວຍ.

No comments:

Post a Comment