Ad

Ad

28 June 2016

ກອງປະຊຸມຄົບຄະນະບໍລິຫານງານສູນກາງ ຊປປລ

          ກອງປະຊຸມຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ຊປປລ) ຄັ້ງທີ 2 ສະໄໝ VII. ໄດ້ໄຂຂຶ້ນພາຍໃຕ້ຄຳຂວັນ ຕັ້ງໜ້າຈັດຕັ້ງປະຕິບັດວຽກງານຊາວໝຸ່ມ-ເຍົາວະຊົນ ດ້ວຍຄວາມເຄັ່ງຮ້ອນສ້າງບັນໃດທຳອິດໃຫ້ແຂ່ງແກ່ນ ເພື່ອກ້າວສູ່ຄາດໝາຍທີ່ວາງໄວໃນວັນທີ 27 ມິຖຸນານີ້ ທີ່ນະຄອນຫລວງວຽງຈັນໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ມີ ທ່ານ ສອນທະນູ ທຳມະວົງ ເລຂາຄະນະບໍລິຫານງານ ສູນກາງ ຊປປລ ພ້ອມຄະນະ.
          ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າປະກອບຄຳຄິດເຫັນສະຫລຸບຕີລາຄາການເຄື່ອນໄຫວ ຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VII ໃນໄລຍະ 6 ເດືອນຕົ້ນປີນີ້ ສາມາດເຄື່ອນໄຫວປະຕິບັດວຽກງານໃນແຕ່ລະດ້ານເປັນຕົ້ນ ໄດ້ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກ
ຊາວໜຸ່ມເປັນປະຈຳ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VII ຢ່າງເປັນເຈົ້າການ, ແລະ ທິດທາງແຜນການ ຕໍ່ໜ້າ, ພ້ອມຮັບຟັງການຈັດຕັ້ງຜັນຂະຫຍາຍແຜນພັດທະນາຊາວໜຸ່ມ-ເຍົາວະຊົນ ຄັ້ງທີ I, ສະຫລຸບຕີລາຄາຂະບວນການແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ ແນະນຳການຈັດຕັ້ງປະຕິບັດກົດລະບຽບຂອງ ຄຊປປລ ແລະ ກົດໝາຍເຍົາວະຊົນທັນວາ, ຜ່ານຮ່າງມະຕິ ການແບ່ງງານ, ແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານສູນກາງ ຊປປລ ຊຸດທີ VII, ຮ່າງບົດແນະນຳກ່ຽວກັບວຽກ ງານປົກປ້ອງສິດ ຜົນປະໂຫຍດຂອງຊາວໜຸ່ມ-ເຍົາວະຊົນ ແລະ ບົດບາດຂອງສູນກາງ ຊປປລ, ຮ່າງພາລະບົດບາດຂອງ ຄຊປປລ ກະຊວງ-ອົງກາ ອື່ນໆອີກ.

          ໃນຕອນທ້າຍຂອງກອງປະຊຸມ ທ່ານ ຄຳພັນ ວິພາວັນ ໄດ້ໃຫ້ກຽດໂອ້ລົມແນະນຳໃຫ້ຄະນະຊາວໜຸ່ມ ຊປປລ ເອົາໃຈໃສ່ ເປັນພິເສດ ໃນການສຶກສາອົບຮົມແນວຄິດການເມືອງ, ວັດທະນະທຳ ແລະ ມູນເຊື້ອແນວທາງນະໂຍບາຍຂອງພັກ ແລະ ນຳພາຂະບວນການເຄື່ອນໄຫວຕ່າງໆ ຂອງຊາວໜຸ່ມ ໃຫ້ມີຄວາມຟົດຟື້ນແຂງແຮງ ສືບຕໍ່ຜັນຂະຫຍາຍແຜນງານພັດທະນາວຽກງານຊາວໜຸ່ມ ແລະ ເຍົາວະຊົນ ເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ, ເລັ່ງໃສ່ສ້າງຕົວແບບຂອງຊາວໜຸ່ມຮຽນດີ, ຮຽນເກັ່ງ, ເຮັດວຽກວິຊາສະເພາະດີເດັ່ນ, ສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ຊ່ວຍ ເຫລືອສັງຄົມ ແລະ ອື່ນໆ.

No comments:

Post a Comment