Ad

Ad

28 June 2016

2 ເດືອນຜ່ານມາ ລັດຖະບານສາມາດແກ້ໄຂບັນຫາເຄັ່ງຮ້ອນຫລາຍດ້ານ

    ໃນໂອກາດກ່າວເປີດກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ເຈົ້າແຂວງຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີລຸສິດ ໄດ້ຊີ້ໃຫ້ເຫັນວ່າ: ຫລັງຈາກຄະນະລັດຖະບານຊຸດໃໝ່ (ຊຸດທີ VIII) ໄດ້ສຳເລັດການວາງແຜນດຳເນີນງານໄລຍະ 5 ປີ (2016-2020) ຂອງລັດຖະບານ, ການແບ່ງຄວາມຮັບຜິດຊອບລະຫວ່າງນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ, ພ້ອມມອບຄວາມຮັບຜິດ ຊອບໃຫ້ບັນດາລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປັບປຸງແບບແຜນວິທີເຮັດວຽກຂອງລັດຖະບານ ແລະ ອື່ນໆ ເຊິ່ງເຫັນໄດ້ວ່າພຽງໄລຍະສອງເດືອນ ລັດຖະບານສາມາດສຸມໃສ່ແກ້ໄຂບັນຫາເສດຖະກິດ-ສັງຄົມເປັນບູລິມະສິດ ໂດຍສະເພາະການປຶກສາຫາລືບັນຫາຕ່າງໆກ່ຽວກັບການຈັດເກັບລາຍຮັບງົບປະມານໃຫ້ໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດດັດແກ້, ພ້ອມທັງອອກຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດຄຸ້ມຄອງຕິດຕາມການເກັບລາຍຮັບເຂົ້າງົບປະມານ ແລະ ແຕ່ງຕັ້ງທີມງານເສດຖະກິດຂອງລັດຖະບານ, ໄດ້ອອກຄຳສັ່ງ
ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ເຊິ່ງລັດຖະບານຖືເປັນວຽກງານບູລິມະສິດທີ່ຕ້ອງພ້ອມກັນແກ້ໄຂຢ່າງຈິງຈິງ, ເດັດຂາດບໍ່ໃຫ້ມີການຝ່າຝືນ. ຄຽງຄູ່ກັນນັ້ນ ກໍໄດ້ມີການແກ້ໄຂບັນຫາຫາງສຽງຈົ່ມວ່າຂອງສັງ ຄົມກ່ຽວກັບລາຄາກະແສໄຟຟ້າຂຶ້ນຜິດປົກກະຕິ ໂດຍໄດ້ອອກຄຳສັ່ງໃຫ້ກະຊວງກ່ຽວຂ້ອງຮີບຮ້ອນກວດກາຄືນລາຄາກະແສໄຟຟ້າ ແລະ ແກ້ໄຂຄວາມເດືອດຮ້ອນຂອງຜູ້ຊົມໃຊ້ໃຫ້ທັນເວລາ, ໄດ້ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ, ບັນຫາອຸປະ ຕິເຫດບົນທ້ອງຖະໜົນ, ການຈອດລົດຊະຊາຍ, ບັນຫາຕ້ານແລ້ງຕ້ານຖ້ວມ. ສະຫລຸບແລ້ວເຫັນວ່າໄດ້ມີຜົນສຳເລັດໃນຫລາຍດ້ານ, ປະເທດຊາດສືບຕໍ່ມີສະຖຽນລະພາບໝັ້ນຄົງ, ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ແລະ ສືບຕໍ່ຂະຫຍາຍຕົວ, ການລົງທຶນພາຍໃນ ແລະ ຕ່າງປະເທດຍັງຢູ່ໃນບັນຍາ ກາດທີ່ດີ, ຂົງເຂດການຜະລິດກໍມີຫລາຍວຽກພົ້ນເດັ່ນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າສືບຕໍ່ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນເປັນກ້າວໆ.

     ທ່ານລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທັງເປັນໂຄສົກລັດຖະບານ ຈະເລີນ ເຢຍປາວເຮີ ກ່າວວ່າ: ສຳລັບວຽກງານຮີບດ່ວນຂອງລັດຖະບານໃນຕໍ່ໜ້ານີ້ແມ່ນສຸມໃສ່ການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານທ້າຍສົກປີ 2015-2016, ມາດຕະການເກັບລາຍຮັບ 3 ເດືອນທ້າຍປີ ແລະ 3 ເດືອນຂ້າມຜ່ານ, ແກ້ໄຂການເບີກຈ່າຍເງິນເດືອນ, ແກ້ໄຂສະພາບຄ່ອງດ້ານການເງິນ ແລະ ຟື້ນຟູລະບົບການຜະລິດ-ທຸລະກິດໃຫ້ມີພື້ນຖານເຂັ້ມແຂງ ລວມເຖິງການຕິດຕາມການປະຕິບັດຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງໃກ້ຊິດ ນັບແຕ່ຢູ່ສູນກາງ ແລະ ທ້ອງຖິ່ນ.

No comments:

Post a Comment