Ad

Ad

28 June 2016

4 ປະເທດສະມາຊິກໃໝ່ຮ່ວມຫາລືກຽມກອງປະຊຸມ ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ

          ເຊົ້າວັນທີ 27 ມີຖຸນານີ້, ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະການຄ້າ, ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ 4 ປະເທດສະມາຊິກໃໝ່ອາຊຽນ (11Th CLMV SEOM Meeting), ຂຶ້ນທີ່ນະຄອນຫລວງວຽງຈັນ ເພື່ອກະກຽມໃສ່ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຄັ້ງທີ 3/47 (SEOM3/47) ທີ່ມີຂຶ້ນໃນມື້ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ລາວຮົວ ເຈີຈິງ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະການຄ້າ, ທັງເປັນປະທານເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ພ້ອມດ້ວຍຄະນະ ຜູ້ແທນຈາກ ສສ ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ປະເທດເຈົ້າພາບເຮົາເຂົ້າຮ່ວມ.


          ທ່ານ ລາວຮົວ ເຈີຈິງ ກ່າວວ່າ: ກອງປະຊຸມປຶກສາຫາລືລະຫວ່າງ 4 ປະເທດ ສະມາຊິກໃໝ່ນີ້ (11Th CLMV SEOM Meeting) ແມ່ນໜຶ່ງໃນ 8 ກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ SEOM (3/47) ໂດຍມີຈຸດປະສົງ ເພື່ອປຶກສາຫາລືກ່ຽວກັບການຈັດ ຕັ້ງປະຕິບັດພັນທະຕ້ອງໄດ້ປະຕິບັດຢູ່ໃນອາຊຽນ, ຮັບ ຟັງການລາຍງານສະພາບຄວາມຄືບໜ້າຫຼ້າສຸດຂອງໂຄງການຂໍ້ລິເລີ່ມກ່ຽວກັບການເຊື່ອມໂຍງອາຊຽນ, ໂດຍແມ່ນປະເທດ ມຽນມາ ເປັນເຈົ້າພາບໃນປີນີ້, ຊຶ່ງໃນນັ້ນ ບັນດາ 4 ປະເທດສະມາຊິກອາຊຽນໃໝ່ຈະໄດ້ຮັບຟັງການລາຍງານຄວາມພ້ອມໃນການກະກຽມສ້າງແຜນການປະຕິ ບັດຂໍ້ລິເລີ່ມມກ່ຽວກັບການເຊື່ອມໂຍງອາຊຽນ 2016-2025, ແຕ່ໃນຂະນະດຽວກັນ ເສົາຄ້ຳເສດຖະກິດ ກໍກຳລັງກະກຽມແຜນແມ່ບົດ ເພື່ອພັດທະນາເສດຖະກິດໃຫ້ແກ່ 4 ປະເທດສະມາຊິກອາຊຽນໃໝ່ ເພື່ອໃຫ້ບັນລຸຄວາມແຕກໂຕນທາງດ້ານເສດຖະກິດລະຫວ່າງ ສະມາຊິກອາຊຽນເກົ່າ ແລະ ໃໝ່. ພ້ອມດຽວກັນນັ້ນ ໃນກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາ ໂຄງການທີ່ໄດ້ຜ່ານການຮັບຮອງຈາກກອງເລຂາອາ ຊຽນ ແລະ ສະມາຊິກອາຊຽນໃໝ່, ໄດ້ຖືກຮັບຮອງໄປແລ້ວນັ້ນ, ເພື່ອຮ່ວມກັນຫາລືວ່າ: ຈະເຮັດແນວ ໃດໃນການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ, ຊຶ່ງທັງໝົດນີ້ ກໍເພື່ອເປັນການກະກຽມລາຍງານຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະ ກິດອາຊຽນທີ່ມີຂຶ້ນໃນມື້ນີ້, ເພື່ອສັງລວມເປັນບົດສະຫຼຸບ ແລະ ກະ ກຽມເນື້ອໃນໃສ່ກອງ ປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ທີ່ ສປປລາວ ເປັນປະທານ ທີ່ຈະຈັດຂຶ້ນໃນ ຕົ້ນເດືອນສິງຫາ 2016 ນີ້ໃຫ້ບັນລຸຜົນສຳເລັດ.

No comments:

Post a Comment