Ad

Ad

28 June 2016

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມຣາຊະອານາຈັກກຳປູເຈຍຢ່າງເປັນທາງການ

          ໂດຍຕອບສະໜອງ ຕາມການເຊື້ອເຊີນ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອາ ນາຈັກ ກຳປູເຈຍ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສປປ ລາວໄດ້ເດີນທາງເຖິງສະໜາມບິນສາກົນ ພະນົມເປັນ ໃນຕອນເຊົ້າວັນທີ 27 ມີຖຸນານີ້ ແລະ  ພິທີ ຕ້ອນຮັບທາງການໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ຫໍສັນຕິພາບ ນະຄອນຫລວງພະນົມເປັນ, ໂດຍການຕ້ອນຮັບຢ່າງອົບອຸ່ນຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ  ການພົບປະສອງຝ່າຍ ສົມເດັດ ຮຸນແຊນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ
ເຊິ່ງສະແດງໃຫ້ເຫັນເຖີງຄວາມເຊື່ອໝັ້ນຂອງການນໍາພັກ-ລັດ ກໍຄືປະຊາຊົນລາວບັນດາເຜົ່າ. ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຕ້ອນຮັບອັນອົບອຸ່ນໃນການຢ້ຽມຢາມທາງການຄັ້ງທຳອິດ ຢູ່ ຣາຊະອານາຈັກກຳປູເຈຍ ນັບແຕ່ໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງສປປ ລາວ.
          ການຢ້ຽມຢາມຣາຊະອານາຈັກ ກຳປູເຈຍ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຄັ້ງນີ້ ກໍເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ. ໃນໄລຍະຜ່ານມາ ກໍເຫັນວ່າການການພົວພັນຮ່ວມມືສອງຝ່າຍ ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມີການແລກປ່ຽນການຢ້ຽມຢາມໃນລະດັບປະມຸກລັດ, ຫົວໜ້າລັດຖະບານ ແລະ ຂະແໜງການອື່ນໆຕະຫລອດເຖິງທ້ອງຖິ່ນ ທີ່ມີຊາຍແດນຕິດຈອດກັນ ເປັນຕົ້ນ ແມ່ນການຢ້ຽມຢາມຂອງພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍຢູ່ ສປປ ລາວໃນທ້າຍປີ 2015 ແລະ ໄດ້ລົງນາມໃນສັນຍາຫລາຍສະບັບ. ພ້ອມນີ້; ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງວຽກງານປັກຫລັກໝາຍຊາຍແດນ ທີ່ສອງຝ່າຍໄດ້ຮ່ວມກັນສຳຫລວດ ແລະ ປັກຫລັກໝາຍຊາຍແດນສຳເລັດເປັນສ່ວນໃຫຍ່, ສ່ວນທີ່ຍັງຄົງຄ້າງ ແມ່ນສະເໜີໃຫ້ສືບຕໍ່ຊຸກຍູ້ໜ່ວຍງານທີ່ກ່ຽວຂ້ອງຮ່ວມມືແກ້ໄຂ ບົນຈິດໃຈທີ່ເປັນຍາດພີ່ນ້ອງບ້ານໃກ້ເຮືອນຄຽງດ້ວຍກັນ ໃຫ້ຮັບຜົນສຳເລັດໂດຍໄວ. ທັງສອງຝ່າຍກໍໄດ້ແຈ້ງໃຫ້ກັນຊາບ ໃນການພັດທະນາເສດະຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນອະນາຄົດ; ສອງຝ່າຍໄດ້ສະແດງຄວາມຊົມເຊີຍການຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆໃນໄລຍະຜ່ານມາ ເຊິ່ງໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ. ສອງຝ່າຍໄດ້ຕີລາຄາສູງຕໍ່ການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ລະຫວ່າງປະຊາຊົນສອງປະເທດ, ພ້ອມທັງເປັນການເພີ່ມທະວີ ແລະ ເພີ່ມພູນຄຸນສ້າງຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈໃນການຮ່ວມມື ເພື່ອການພັດທະນາໃນຄອບຄົວອາຊຽນອິກດ້ວຍ.
          ໃນຕອນບ່າຍຂອງວັນດຽວກັນ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະໄປວາງພວງມະລາຢູ່ອານຸສາວະລີເອກະລາດ ແລະ ອານຸສາວະລີ ເຈົ້າໂນໂຣດົມສີຫານຸ ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງບັນດານັກຮົບ, ບັນພະບູລຸດທີ່ອົງອາດກ້າຫານຂອງປະຊາຊົນ ກຳປູເຈຍ ທີ່ໄດ້ເສຍສະຫລະຊີວິດເພື່ອປະເທດຊາດ.

          ຕອນຄໍ່າ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ຈັດງານລ້ຽງອາຫານຄໍ່າ ເພື່ອເປັນກຽດແກ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງສປປ ລາວ ແລະ ພັນລະຍາ ໃນໂອກາດຢ້ຽມຢາມຣາຊະອານາຈັກ ກຳປູເຈຍ. 

No comments:

Post a Comment