Ad

Ad

20 June 2016

ສະມາຄົມເຟີນີເຈີລາວປູກໄມ້ຈຳນວນ 4 ລ້ານຕົ້ນໃນເຂດພູພະນັງເພື່ອສ້າງໃຫ້ເປັນປອດອັນສົດຊື່ນຂອງອາຊຽນ

          ວັນທີ 17 ມີຖຸນາຜ່ານມານີ້, ທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນີເຈີລາວ, ປະທານກຸ່ມບໍລິສັດ ຄຳໄພ ຊະນະ ກໍ່ສ້າງ ໄດ້ຕັດສິນໃຈໃຊ້ທຶນສ່ວນຕົວຫລາຍຕື້ກີບ ເພື່ອປູກໄມ້ 4 ລ້ານຕົ້ນ ໃນເນື້ອທີ່ 10 ເຮັກຕາ ໃສ່ສະຖານທີ່ທ່ອງທ່ຽວທຳມະຊາດ ນ້ຳຕົກຕາດຊອນ ແດນຫົງພູສູງ ສວນພຶກສາສາດ ອຸທິ ຍານຊຸມຊົນ ສະມາຄົມອາຊຽນ, ເຂດບ້ານນາຍາງ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາຍົກລັກຖະມົນຕີ ທອງລຸນ ສີສຸລິດ, ມີປະທານສະມາຄົມເຟີນີເຈີອາ ຊຽນ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາສະມາຊິກອາຊຽນ, ມີການນຳພັກ-ລັດຈາກບັນດາກະຊວງ, ທະ ຫານ, ຕຳຫລວດ, ທູຕານຸທູດປະຈຳລາວ, ພະນັກງານ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

          ທ່ານ ຄຳໄພ ສົມຊະນະ ກ່າວວ່າ: ເພື່ອເປັນການປະກອບສ່ວນຈັດຕັ້ງປະຕິບັດຕາມ ວິໃສທັດຮອດປີ 2030 ທີ່ວ່າການພັດທະນາເສດຖະກິດຕາມທິດສີຂຽວ ແລະ ຍືນຍົງທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ, ພ້ອມທັງປະກອບສ່ວນຈັດຕັ້ງປະຕິບັດແຜນຍຸດທະສາດປ່າໄມ້ ຮອດປີ 2020 ທີ່ກຳນົດໄວ້ຄື: ຍົກລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ໃນປີ 2020, ໂດຍການຟື້ນຟູປ່າທຳມະຊາດໃຫ້ໄດ້ 6 ລ້ານເຮັກຕາ ແລະ ປູກໄມ້ໃຫ້ໄດ້ 5 ແສນເຮັກຕາ, ແຜນການປູກໄມ້ ແລະ ຟື້ນຟູປ່າທົ່ວປະເທດປະ ຈຳປີ 2016 ທີ່ກະຊວງກະສິກຳ ແລະ ປ່າໄມ້ ໄດ້ວາງຄາດໝາຍສູ້ຊົນຄື: ປູກໄມ້ໃຫ້ໄດ້ 24 ພັນເຮັກຕາ, ຟື້ນຟູປ່າໄມ້ໃຫ້ໄດ້ 276 ພັນເຮັກຕາ ແລະ ປະຕິບັດຕາມຄຳຂວັນ ສ ສີຂຽວ ແລະ ແຜນການປູກໄມ້ ແລະ ຟື້ນຟູປ່າ ປີ 2016 ທີ່ນະຄອນຫລວງວຽງຈັນວາງອອກຄື: ປູກໄມ້ໃຫ້ໄດ້ 300 ເຮັກຕາ ແລະ ຟື້ນຟູປ່າໃຫ້ໄດ້ 800 ເຮັກຕາ ໃຫ້ທ່ວງທັນກັບລະດູການ, ສຳເລັດຕາມຄາດໝາຍ ແລະ ໄດ້ຮັບຜົນເປັນຢ່າງດີ. ສະນັ້ນ ກຸ່ມບໍລິສັດ ຄຳໄພ ຊະນະ ກໍ່ສ້າງ ກໍຄືສະມາຄົມເຟີນີເຈີລາວ ໄດ້ນຳເອົາຕົ້ນໄມ້ ຈຳນວນ 4 ລ້ານຕົ້ນ, ໃນນັ້ນ ມີໄມ້ຂະຍູງ 2 ລ້ານຕົ້ນ, ໄມ້ດູ່ 1,5 ລ້ານຕົ້ນ, ໄມ້ດູ່ລາຍ 1 ແສນຕົ້ນ, ໄມ້ຄຳພີ 1ແສນຕົ້ນ, ໄມ້ຍາງ 1 ແສນຕົ້ນ, ໄມ້ແດງ 50 ພັນຕົ້ນ, ໄມ້ແຄນເຮືອ 1 ແສນຕົ້ນ ແລະ ໄມ້ປະດັບ-ໄມ້ໃຫ້ໝາກ 50 ພັນຕົ້ນ ມາປູກໃສ່ບໍລິເວນສະຖານທີ່ທ່ອງທ່ຽວທຳມະຊາດ ນ້ຳຕົກຕາດຊອນ ແດນຫົງພູສູງ ສວນພຶກສາສາດ ອຸທິ ຍານຊຸມຊົນ ສະມາຄົມອາຊຽນ ລວມມີເນື້ອທີ່ 10 ເຮັກຕາ, ໃນນັ້ນ ປູກຕາມເຕັກນິກໄລຍະຫ່າງ 3x3 ແມັດ, ມີ 3 ເຮັກຕາ ແລະ ປູກແບບຊຳໄລຍະ 1x1 ແມັດ ຈຳນວນ 7 ເຮັກຕາ ເພື່ອລ້ຽງຕົ້ນໄມ້ໃຫ້ໃຫຍ່ແລ້ວຢອນໄປປູກເສີມກ້ອງປ່າ ເພື່ອອະນຸລັກປ່າໄມ້ໃຫ້ມີຄວາມອຸດົມສົມບູນ.

          ການຈັດກິດຈະກຳປູກໄມ້ຄັ້ງນີ້ ຖືວ່າເປັນຄັ້ງທຳອິດຂອງສະມາຄົມເຟີນີເຈີລາວ, ນອກຈາກຈະເປັນການຟື້ນຟູຄວາມອຸດົມສົມບູນຂອງທຳມະຊາດແລ້ວ ຍັງເປັນການປົກປັກຮັກສາສະພາບແວດລ້ອມ ແລະ ສ້າງໃຫ້ເປັນສະຖານທີ່ທ່ອງທ່ຽວ, ພັກຜ່ອນຢ່ອນໃຈຂອງຄົນລາວ ແລະ ຕ່າງປະເທດໃຫ້ມາທ່ຽວຊົມທຳມະຊາດ, ພ້ອມທັງສ້າງໃຫ້ສະຖານທີ່ທ່ອງທ່ຽວນັ້ນ ກາຍເປັນປອດອັນສົດຊື່ນຂອງຊາວນະຄອນ ຫລວງວຽງຈັນກໍຄືຂອງອາຊຽນນຳອີກ.

No comments:

Post a Comment