Ad

Ad

29 June 2016

ສະມາຄົມນັກຂ່າວລາວ-ຈີນພົບປະແລກປ່ຽນບົດຮຽນ


        ໃນໂອກາດຄະນະຜູ້ແທນສະມາຄົມນັກຂ່າວທົ່ວປະເທດຈີນ ນຳໂດຍທ່ານ ປານກວາງ (Pan Gang) ຄະນະບໍລິຫານງານສະມາຄົມນັກຂ່າວທົ່ວປະເທດຈີນ, ໄດ້ເດີນທາງມາຢ້ຽມຢາມສປປ ລາວ ລະຫວ່າງວັນທີ 27-29 ມີຖຸນານີ້, ຕາມສັນຍາການຮ່ວມມືສອງ ຝ່າຍ, ຊຶ່ງໄດ້ເຂົ້າພົບປະກັບສະມາຄົມນັກຂ່າວແຫ່ງ ສປປ ລາວ ເພື່ອແລກປ່ຽນບົດຮຽນແລະ ຕີລາຄາໝາກຜົນການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ຊຶ່ງຝ່າຍລາວນຳໂດຍທ່ານ ບົວລະພັນ ທັນພິລົມ ຮອງປະທານສະມາ ຄົມດັ່ງກ່າວ, ໄດ້ຕີລາຄາສູງຕໍ່ຜົນສຳເລັດ ການຮ່ວມມືຂອງສອງສະມາຄົມໃນໄລຍະຜ່ານມາ, ຊຶ່ງຍາມໃດ ສປ ຈີນ ກໍໄດ້ປະກອບສ່ວນໃຫ້ການສະໜັບສະໜູນສື່ມວນຊົນລາວດ້ວຍດີຕະຫລອດມາ, ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານ ແລະ ການໄປມາຢ້ຽມຢາມຊຶ່ງກັນ ແລະ ກັນຢ່າງເປັນປົກກະຕິ ແລະ ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້ ຝ່າຍຈີນ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດໃນການປະຕິບັດພາລະໜ້າທີ່ໃນໄລຍະຜ່ານມາຂອງສະມາຄົມນັກຂ່າວລາວ, ໂດຍການເຮັດໜ້າທີ່ເປັນເສນາທິການຂອງສຳນັກຂ່າວທົ່ວປະເທດລາວ, ພ້ອມທັງຊີ້ນຳ-ນຳພາໃນການພັດທະນາວຽກງານສື່ມວນຊົນລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ໃນໂອກາດເດີນທາງມາຢ້ຽມຢາມຄັ້ງນີ້, ສະມາຄົມນັກຂ່າວທົ່ວປະເທດຈີນ ຍັງໄດ້ເດີນທາງໄປຢ້ຽມຢາມສຳນັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສຳນັກຂ່າວສຳຄັນອື່ນໆອີກ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆດ້ວຍກັນ ແລະ ຍັງໄດ້ເດີນທາງໄປຢ້ຽມຊົມສະຖານທີ່ທ່ອງທ່ຽວຕ່າງໆ ເປັນຕົ້ນ ພະທາດຫລວງວຽງຈັນ, ສວນປະຕູໄຊ ແລະ ອື່ນໆທີ່ລືຊື່ຂອງນະຄອນຫລວງວຽງຈັນອີກດ້ວຍ.

No comments:

Post a Comment