Ad

Ad

29 June 2016

ຮຽນຮູ້ດ້ານຄວາມປອດໄພຂໍ້ມູນເອເລັກໂຕຣນິກ

          ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດສຳມະນາກ່ຽວກັບຄວາມປອດໄພຂໍ້ມູນເອເລັກໂຕຣນິກ ຂຶ້ນໃນວັນທີ 28 ມີຖຸນານີ້ ເພື່ອເປັນການເຜີຍແຜ່ແນະນຳ ແລະ ສ້າງຄວາມເຂົ້າໃຈ ໃຫ້ທຸກພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນເຫັນໄດ້ຄວາມໝາຍຄວາມສຳຄັນ ໃນການຄຸ້ມຄອງ, ປົກປ້ອງ ແລະ ສົ່ງເສີມດ້ານຄວາມປອດໄພຂໍ້ມູນເອເລັກໂຕຣນິກ ເຊິ່ງເປັນກຸນແຈສຳຄັນຊ່ວຍໃຫ້ການຕ້ານ ແລະ ສະກັດກັ້ນ-ກຳຈັດອາຊະຍາກຳທາງເອເລັກໂຕຣນິກ ເຮັດໃຫ້ປະເທດຊາດມີຄວາມສະຫງົບປອດໄພ ແລະ ຍຸຕິທຳ.
          ທ່ານ ຫຸມພັນ ອິນທິຣາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ: ເຖິງແມ່ນວ່າ ສປປ ລາວ ມີລະບົບການປົກປ້ອງຖານຂໍ້ມູນ, ມີກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣ ນິກ, ທັງມີການຄຸ້ມຄອງວຽກງານດັ່ງກ່າວແລ້ວກໍຕາມ ແຕ່ຍັງຖືວ່າເປັນວຽກໃໝ່, ຄວາມຮັບຮູ້ ແລະ
ເຂົ້າໃຈຕໍ່ບັນຫານີ້ ຍັງບໍ່ທັນກວ້າງຂວາງໃນໝູ່ມະຫາຊົນ ແລະ ຍັງບໍ່ຖືກນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດໄດ້. ຍ້ອນວ່າໃນຍຸກໂລກາພິວັດ ມີນັກໂຈລະກຳຂໍ້ມູນ ພ້ອມທີ່ຈະເຈາະເຂົ້າລະບົບຂໍ້ມູນໄດ້ທຸກເມື່ອຫາກຂາດສະຕິ ແລະ ບໍ່ມີລະບົບປ້ອງກັນທີ່ດີ. ສະນັ້ນ ຈຳເປັນຕ້ອງໄດ້ເອົາໃຈໃສ່ ແລະ ຖືເປັນບັນຫາຕົ້ນຕໍ ເນື່ອງຈາກປັດຈຸບັນ ສປປ ລາວ ກຳລັງເປີດກວ້າງການເຊື່ອມໂຍງກັບພາພື້ນ ແລະ ສາກົນ ໂດຍສະເພາະປະຊາຄົມເສດຖະກິດອາຊຽນ ແລະ ອົງການການຄ້າໂລກ ເຊິ່ງຕິດພັນກັບການໃຫ້ບໍລິການທຸລະກຳທາງເອເລັກໂຕຣນິກ ຫລື ການຄ້າທາງເອເລັກໂຕຣນິກ, ການປົກປ້ອງຊັບສິນທາງປັນຍາ ແລະ ອື່ນໆ. ໃນຂະນະທີ່ຫລາຍປະເທດທີ່ພັດທະນາແລ້ວ ແລະ ກຳລັງພັດທະນາໃນທົ່ວໂລກ ກໍໄດ້ຖືວຽກງານນີ້ເປັນສຳຄັນ ແລະ ມີບົດບາດປະກອບສ່ວນເຂົ້າ ໃນການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ.

          ທ່ານຫຸມພັນ ອິນທິຣາດ ກ່າວວ່າ: ປັດຈຸບັນ ເຕັກໂນໂລຊີຂໍ້ມູນ-ຂ່າວສານ ນັບມື້ຂະຫຍາຍ ຕົວຢ່າງວ່ອງໄວ ແລະ ຖືກນຳໃຊ້ຢ່າງກວ້າງຂວາງ ຕໍ່ການດຳລົງຊີວິດປະຈຳວັນ ເພື່ອຊ່ວຍບໍລິຫານຈັດ ການວຽກງານຂອງຕົນ, ນັບທັງການພົວພັນປະສານກັບພາກລັດ ແລະ ເອກະຊົນ, ລວມທັງຫົວໜ່ວຍທຸ ລະກິດກ່ຽວກັບການຄ້າ, ການລົງທຶນ, ການບໍລິຫານງານ, ການບໍລິການ ແລະ ອື່ນໆ, ແຕ່ສິ່ງອຳນວຍຄວາມສະດວກດັ່ງກ່າວນີ້ ຍັງບໍ່ທັນມີກົນໄກລະບຽບການ ແລະ ນິຕິກຳໃນການຄຸ້ມຄອງຢ່າງຄົບຊຸດ ແລະ ຮັດກຸມ ໂດຍສະເພາະລະບົບປົກປ້ອງຖານຂໍ້ມູນຂອງລັດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ສັງຄົມ ເຊິ່ງການສຳມະນາຊຸດນີ້ ຈະມີການແລກປ່ຽນຖອດຖອນບົດຮຽນ, ສ້າງຄວາມຮັບຮູ້ ແລະ ເຂົ້າໃຈແກ່ຜູ້ຮັບ ຜິດຊອບວຽກງານດັ່ງກ່າວ ເພື່ອນຳໃຊ້ເຂົ້າໃນການບໍລິຫານຈັດການໃຫ້ມີປະສິດທິພາບ.   

No comments:

Post a Comment