Ad

Ad

29 June 2016

ຫົວເຫວີຍ ຈະກ້າວເປັນຜູ້ຜະລິດມືຖືສະມາດໂຟນທີ່ໃຫຍ່ສຸດຂອງໂລກ

ບໍລິສັດຫົວເຫວີຍ ເທັກໂນໂລຢີ ຈຳກັດ ແຫ່ງສປ. ຈີນ ມີຈຸດມຸ່ງໝາຍວ່າ: ໃນເວລາ 5 ປີຕໍ່ໜ້ານີ້ ບໍລິສັດຂອງຕົນຈະກາຍເປັນຜູ້ຜະລິດມືຖືສະມາດໂຟນໃຫຍ່ທີ່ສຸດຂອງໂລກ, ຄາດວ່າຈະຍາດເອົາສ່ວນແບ່ງຂອງຕະຫລາດໂລກໃຫ້ໄດ້ 25%.
ທ່ານ ລີຊາດ ຢູ ຜູ້ບໍລິຫານສູງສຸດຂອງທຸລະກິດອຸປະກອນອີເລັກໂທນິກດັ່ງກ່າວ ໄດ້ເປີດເຜີຍຢູ່ໃນກອງປະຊຸມດ້ານເທັກໂນໂລຢີ ທີ່ຈັດຂຶ້ນເມື່ອບໍ່ດົນນີ້ວ່າ: ພວກເຮົາຕ້ອງການທີ່ຈະເປັນ ຜູ້ຜະລິດມືຖືສະມາດໂຟນອັນດັບໜື່ງຂອງໂລກ, ຊຶ່ງມັນເປັນການແຂ່ງຂັນທີ່ຍາວນານ ແລະ ພວກເຮົາກໍມີຄວາມອົດທົນ ແລະ ຕັ້ງໃຈທີ່ຈະໃຫ້ໄປຮອດເສັ້ນໄຊ, ຊຶ່ງປັດຈຸບັນຫ້ອງການ ໃຫຍ່ຂອງ ຫົວເຫວີຍ ທີ່ເຊີນເຈີນ, ສປ ຈີນ, ພ້ອມກັບ ບໍລິສັດ ອີລິກຊັນ ທີ່ປະເທດສະວີເດັນ ໄດ້ກາຍເປັນໜຶ່ງໃນຜູ້ສະໜອງອຸປະກອນເຄືອຂ່າຍໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກໄດ້ຫລາຍປີຜ່ານມາແລ້ວ.


ປັດຈຸບັນ ຫົວເຫວີຍ ໄດ້ມີການເຕີບໂຕຊ້າ ແລະ ມີຍອດເພີ່ມຂື້ນ 59% ເມື່ອທຽບໃສ່ປີຜ່ານມາ, ໃນຂະນະທີ່ສ່ວນແບ່ງການຕະຫຼາດຂອງຫົວເຫວີຍໃນໄຕມາດນີ້ ແມ່ນເພີ່ມຂື້ນ ເປັນ 8,3% ແລະ ໃນຂະນະທີ່ສ່ວນແບ່ງການຕະຫຼາດໄດ້ເພີ່ມຂື້ນນີ້, ຫົວເຫວີຍເອງກໍ່ໄດ້ສຸມໃສ່ຜະລິດຕະພັນລຸ້ນ ໄຮເອນ, ເຊີ່ງແມ່ນສະມາດໂຟນຮຸ້ນໃໝ່ຫລ້າສຸດ ຫົວເຫວີຍ P9, ທີ່ມາພ້ອມກັບກ້ອງຖ່າຍຮູບ ເລນຄູ່ ທີ່ໄດ້ຮ່ວມມືກັບບໍລິສັດ ໄລກ້າ ຍັກໃຫຍ່ແຫ່ງວົງການກ້ອງຖ່າຍຮູບແຫ່ງປະເທດເຢຍລະມັນ, ຊຶ່ງຈະຊ່ວຍໃຫ້ຫົວເຫວີຍໄດ້ພັດທະນາແລະ ປັບປຸງເລນກ້ອງໃນສະມາດໂຟນໃຫ້ດີຍິ່ງ ຂື້ນ ແລະ ເຮົາຈະສືບຕໍ່ໄປອີກຢ່າງຕ່ຳແມ່ນ 5 ປີ ຕໍ່ໜ້າ.

No comments:

Post a Comment