Ad

Ad

30 June 2016

ສະຖາບັນການເງິນເຕີບໃຫຍ່ເຂັ້ມແຂງດີຂຶ້ນ

             ພັກ ແລະລັດຖະບານ ຍາມໃດກໍໄດ້ສຸມໃສ່ໃນການພັດທະນາເສດຖະກິດ-ສັງຄົມ, ແລະ ພັກ ໄດ້ວາງແນວທາງຢ່າງຈະແຈ້ງກ່ຽວກັບການນໍາພາປະເທດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາໃນປີ 2020, ສໍາລັບຂົງເຂດທະນາຄານກໍໍຄືສະຖາບັນການເງິນຈຸລະພາກກໍໄດ້ຮັບການພັດທະນາຢ່າງເປັນລະບົບ  ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມໂດຍສະເພາະຜູ້ທີ່ມີລາຍຮັບຕໍ່າ ແຕ່ການຂະຫຍາຍຕົວຂອງສະຖາບັນການເງິນຍັງມີສິ່ງທ້າທາຍຫຼາຍ ໂດຍສະເພາະຕ້ອງມີການສ້າງບັນດານິຕິກຳ ແລະພັດທະ ນາເຄື່ອງມືໃນການຄຸ້ມຄອງແຕ່ລະຮູບແບບຂອງສະຖາບັນການເງິນ ເພື່ອແນໃສ່ຊຸກຍູ້ສົ່ງເສີມໃຫ້ສະຖາບັນການເງິນມີຄວາມຍືນ ຍົງ ແລະສະໜອງການບໍລິການທີ່ດີແກ່ສັງຄົມ ສາມາດເສີມສ້າງພື້ນຖານເສດຖະກິດຂອງ ສປປລາວໃຫ້ນັບມື້ມີຄວາມເຂັ້ມແຂງ ແລະສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນໄດ້.

       ທ່ານ  ອາຄົມ ປຣະເສີດ   ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ໃຫ້ຮູ້ວ່າ: ກົມຄຸ້ມຄອງສະຖາບັນການເງິນ ເປັນກົມໜຶ່ງມີບົດບາດເປັນເສ ນາທິການໃຫ້ແກ່ຄະນະຜູ້ວ່າການ ທຫລ ກ່ຽວກັບວຽກງານການຄຸ້ມຄອງສະຖາບັນການເງິນ ເພື່ອຮັບປະກັນຄວາມໝັ້ນຄົງ ແລະຍືນຍົງຂອງສະຖາບັນດ້ວຍກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ດໍາລັດວ່າດ້ວຍສະຖາບັນການເງິນຈຸລະພາກ, ຂໍ້ກໍານົດວ່າດ້ວຍການຄຸ້ມຄອງສະ ຫະກອນສິນເຊື່ອ ແລະ ເງິນຝາກປະຢັດ, ດໍາລັດວ່າດ້ວຍໂຮງຊວດ ຈໍາ, ດໍາລັດວ່າດ້ວຍການເຊົ່າສິນເຊື່ອ, ບົດແນະນຳຈັດຕັ້ງປະຕິ ບັດດໍາລັດວ່າດ້ວຍສະຖາບັນການເງິນຈຸລະພາກ ແລະ
       ປະຈຸບັນໄດ້ຄົ້ນຄວ້າ ແລະອອກໃບອະນຸຍາດດຳເນີນທຸລະກິດໃຫ້ແກ່ສະຖາບັນການເງິນທັງໝົດ 147 ແຫ່ງໃນທົ່ວປະ ເທດໃນນີ້ມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ 16 ແຫ່ງ , ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ 44 ແຫ່ງ , ສະຫະກອນສິນເຊື່ອ ແລະເງິນຝາກປະຢັດ 30ແຫ່ງບໍລິສັດເຊົ່າສິນເຊື່ອ 24ແຫ່ງ, ບໍລິສັດໂອນເງິນດ່ວນ 5 ແຫ່ງ, ໂຮງຊວດຈໍາ 25 ແຫ່ງ ແລະສະຖາບັນການເງິນປະເພດອື່ນໆ 3  ແຫ່ງ, ສ້າງລະບົບຕິດຕາມເກັບກຳຂໍ້ມູນສະຖິຕິຂອງສະຖາບັນການເງິນຢ່າງເປັນລະບົບ ເພື່ອຮັບປະກັນການຄຸ້ມຄອງກວດກາທາງເອກະສານ ແລະ ລົງກວດກາກັບຢ່າງເປັນປົກກະຕິ ພ້ອມທັງສົ່ງເສີມຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ຄູອາຈານໃນການສອນວິຊາການເງິນຈຸລະພາກ ແລະກະກຽມສ້າງຫຼັກສູດໄລຍະສັ້ນເພື່ອອອກໃບຢັ້ງຢືນກ່ຽວກັບການບໍລິຫານດ້ານການເງິນຈຸລະພາກໃຫ້ຜູ້ທີ່ຂໍສ້າງຕັ້ງດຳເນີນທຸລະກິດໂດຍການຮ່ວມມືກັບສະມາຄົມການເງິນຈຸລະພາກ.

        ຜ່ານການເຄື່ອນໄຫວໃນຮອບ 6 ປີກ່ວາມານີ້ເຫັນວ່າຖານະການເງິນຂອງສະຖາບັນການເງິນຈຸລະພາກນັບມື້ມີທ່ວງທ່າເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ກາຍເປັນ ແຫຼ່ງທຶນທີ່ໃກ້ຊິດ ແລະເປັນມິດກັບປະຊາຊົນຫຼາຍຂຶ້ນ ສະແດງອອກໃນຕົວເລກຂອງປີ 2010 ທຽບ ໃສ່ 2016, ລ້ວນແຕ່ມີຈັງຫວະເພີ່ມຂຶ້ນ ຄື: ດ້ານຊັບສິນ ເພີ່ມຂຶ້ນ 453 ຕື້ກີບ, ໜີ້ສິນ ເພີ່ມຂຶ້ນ 94,87 ຕື້ກີບ, ທຶນ ເພີ່ມຂຶ້ນກວ່າ 358 ຕື້ກີບ, ເງິນຝາກ ເພີ່ມຂຶ້ນ 380 ກວ່າຕື້ກີບ, ເງິນກູ້ ເພີ່ມຂຶ້ນກວ່າ 305 ກວ່າຕື້ກີບ, ລູກຄ້າເງິນຝາກ ເພີ່ມຂຶ້ນ 176.839 ຄົນ ແລະລູກຄ້າເງິນກູ້ເງິນຝາກຕ່າງກໍມີຈຳນວນເພີ່ມຂຶ້ນເຊ່ັນດຽວກັນ.

No comments:

Post a Comment