Ad

Ad

30 June 2016

ລາວ-ໄທ ເພີ່ມທະວີການຮ່ວມມືດ້ານປະກັນໄພເງິນຝາກ

           ຄະນະຜູ້ບໍລິຫານລະດັບສູງສະຖາບັນຄຸ້ມຄອງເງິນຝາກແຫ່ງປະເທດໄທ ( DPA ) ນໍາໂດຍທ່ານສໍຣະສິດ ສູນທອນເກດ ຜູ້ອໍານວຍການ DPA ໄດ້ເດີນທາງເຄື່ອນໄຫວ ແລະເຮັດວຽກກັບກອງທຶນປົກປ້ອງຜູ້ຝາກເງິນ ( DPF ) ທະນາຄານແຫ່ງ ສປປ ລາວ ລະຫວ່າງວັນທີ 27-28 ມິຖຸນານີ້ ເພື່ອເຂົ້າຮ່ວມພິທີລົງນາມຂໍ້ຕົກລົງວ່າດ້ວຍການປັບປຸງບົດບັນທຶກຄວາມເຂົ້າໃຈ ( MOU ) ແລະຈັດຕັ້ງການສໍາມະນາ ແລະ ໃນຕອນແລງວັນທີ 27 ມິຖຸນາ ທີ່ໂຮງແຮມລາວພລາຊາ 2 ອົງກອນດັ່ງ ກ່າວ ໄດ້ຈັດພິທີເຊັນ MOU ຮ່ວມກັນ ເຊິ່ງຝ່າຍລາວໂດຍທ່ານ ນາງ ແສງດາວວີ ວົງຄໍາຊາວ ຜູ້ອໍານວຍການ DPF ແລະຝ່າຍໄທແມ່ນທ່ານ ສໍຣະສິດ ສູນທອນເກດ ຜູ້ອໍານວຍການ DPA, ມາຮອດປະຈຸບັນເປັນເວລາ
ເກືອບ 3 ປີແລ້ວທີ່ DPF ແລະ DPA ໄດ້ເຊັນ MOU ການຮ່ວມມືນຳກັນເພື່ອຊ່ວຍເຫຼືອທາງດ້ານວິຊາການຈາກ DPA ໂດຍໄດ້ມີການແລກປ່ຽນຄວາມຮູ້ທາງດ້ານວິຊາການທີ່ຕິດພັນກັບວຽກງານປະກັນໄພເງິນຝາກ ພ້ອມທັງແລກປ່ຽນພະນັກງານຈໍານວນ 9 ຄັ້ງ, ສ່ວນໃຫຍ່ກໍເປັນການປຶກສາຫາລືແລກປ່ຽນບົດຮຽນ, ການໃຫ້ທຶນການສຶກສາໄລຍະສັ້ນ, ການຈັດສໍາມະນາ ແລະການຝຶກອົບຮົມ.
           ໃນໂຄງການດໍາເນີນງານຂອງ DPF 2016-2020 ໄດ້ເນັ້ນໃສ່ການພັດທະນາບຸກຄະລາກອນໃນວຽກງານປະກັນໄພເງິນຝາກ, ພ້ອມນີ້ ຍັງສະເໜີ DPA ຊ່ວຍເຫຼືອດ້ານວິຊາການ ເພື່ອສ້າງຄວາມອາດສາມາດໃຫ້ແກ່ພະນັກງານ, ໂດຍສະເພາະຊ່ວຍເຫຼືອໃນຈັດສຳມະນາຢູ່ ສ ປປ ລາວ ເພື່ອແລກປ່ຽນບົດຮຽນ ປະສົບການກ່ຽວກັບວຽກງານປະກັນໄພເງິນຝາກໃນຫົວຂໍ້ທີ່ສໍາຄັນຄືການຈ່າຍຄືນເງິນຝາກໃຫ້ຜູ້ຝາກເງິນໃນເວລາເກີດມີວິກິດການທະນາຄານລົ້ມລະລາຍ ລວມໄປເຖິງການແກ້ໄຂບັນຫາທະນາຄານ ແລະການຊໍາລະສະສາງ, ການບໍລິຫານຈັດການພາຍໃນທີ່ເປັນລະບົບ ແລະທັນສະໄໝ ແລະການຖອດຖອນບົດຮຽນຈາກ DPA ໃນການຂຽນໂຄງການຫັນເປັນທັນສະໄໝ ແລະລະບຽບການອື່ນໆທີ່ກ່ຽວຂ້ອງ.

          ໃນມື້ທີ 2 ໄດ້ຈັດຕັ້ງການສໍາມະນາ ພາຍໃຕ້ຫົວຂໍ້: ຂັ້ນຕອນການຈ່າຍຄືນເງິນຝາກ ແລະການພັດທະນາລະບົບການແກ້ໄຂບັນ ຫາສະຖາບັນການເງິນຊຶ່ງ 2 ຫົວຂໍ້ດັ່ງກ່າວ ໄດ້ມີຄວາມຫມາຍສຳ ຄັນຍິ່ງ ຕໍ່ກັບການພັດທະນາວຽກງານປະກັນໄພເງິນຝາກຂອງ DPF ແລະຍັງເປັນການເປີດໂອກາດໃຫ້ແກ່ບັນດານັກສໍາມະນາກອນໄດ້ຮຽນຮູ້ ແລກປ່ຽນປະສົບການຕົວຈິງໃນວຽກງານປະກັນໄພເງິນຝາກຈາກນັກວິທະຍາກອນຜູ້ມີປະສົບການສູງຈາກ DPA, ເຖິງຢ່າງໃດກໍຕາມ ການຈັດສໍາມະນາວຽກງານປະກັນໄພເງິນຝາກ ບໍ່ພຽງແຕ່ເປັນການແລກປ່ຽນບົດຮຽນທາງດ້ານວິຊາການເທົ່ານັ້ນ ແຕ່ຍັງເປັນການຈັດຕັ້ງປະຕິບັດວຽກງານປະກັນໄພເງິນຝາກ ໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ ແລະອີກດ້ານໜຶ່ງຍັງເປັນຂີດໝາຍແຫ່ງການຮັດແໜ້ນຄວາມສາມັກຄີຂອງອົງກອນອີກດ້ວຍ.

No comments:

Post a Comment