Ad

Ad

30 June 2016

ໄຟຟ້າຫົງສາສົ່ງເສີມສິນຄ້າກະສິກຳອອກສູ່ຕະຫລາດຢ່າງກ້ວາງຂວາງ

          ວັນທີ 28 ມີຖຸນາຜ່ານມານີ້, ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ຮ່ວມກັບ ຫລາຍພາກ ສ່ວນກ່ຽວ ຂ້ອງ ແລະ ປະຊາຊົນບ້ານນາແກ່ນຄຳ ເມືອງຫົງສາ ແຂວງໄຊຍະບູລີ, ຈັດພິທີເປີດຮ້ານຄ້າແບບເປັນກຸ່ມ, ຊຶ່ງມີທັງໝົດ 11 ກຸ່ມ ເພື່ອສົ່ງເສີມຜະລິດຕະພັນສິນຄ້າ ກະສິກຳໃຫ້ອອກສູ່ຕະຫລາດຢ່າງກ້ວາງຂວາງ, ໃນລາຄາທີ່ເໝາະສົມ ແລະ ເປັນລະບົບ ອັນຈະນຳໄປສູ່ການສ້າງຄວາມເຂັ້ມແຂງໃຫ້ແກ່ສະ ມາຊິກ ແລະ ເປັນພື້ນຖານການກໍ່ຕັ້ງສະຫະກອນໃນອະນາຄົດ. ຂະນະດຽວກັນ ບໍລິສັດ ໄຟຟ້າ ຫົງສາ ຍັງໄດ້ມອບອາຄານໜຶ່ງຫລັງຂະໜາດ 6x8ແມັດ ຢູ່ບໍລິເວນຫ້ອງການພາກສະໜາມພະແນກພັດທະ ນາສັງຄົມ ເພື່ອໃຫ້ປະຊາຊົນຈັດສັນເປັນຮ້ານຄ້າກຸ່ມສົ່ງເສີມກະສິກຳສະອາດເຂົ້າຮ່ວມ, ພິທີດັ່ງກ່າວມີທ່ານ ພອນສະຫວັນ ໄຊສົມພັນ ຮອງເຈົ້າເມືອງຫົງສາ, ທ່ານ ຄຳອ້ວນ ຄຳພູແກ້ວ ຫົວໜ້າພະແນກສົ່ງເສີມກຸ່ມສະຫະກອນ ແລະ ທຸລະກິດກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມ ພຽງ.

No comments:

Post a Comment