Ad

Ad

30 June 2016

ລາວຈະສຳຫລວດດັດສະນີໝາຍສັງຄົມຄັ້ງທີ II ປີ 2016-2017 ໃນເດືອນສິງຫານີ້

          ການສຳຫລວດດັດສະນີໝາຍສັງຄົມລາວ ຄັ້ງທີ II ປີ 2016-2017 ແມ່ນການສຳຫລວດຕົວແທນລະ ດັບຊາດ ທີ່ມີຂະໜາດຕົວແທນທັງໝົດ 24.300 ຄົວເຮືອນ ແລະ ມີ 1.170 ບ້ານ ກວມເອົາໝົດທຸກແຂວງໃນຂອບເຂດທົ່ວປະເທດ. ກ່ອນການສຳຫລວດ ຈະໄດ້ຂຶ້ນບັນຊີຄົວເຮືອນ ແລະ ແຕ້ມແຜນທີ່ເຂດສຳຫລວດ ຄາດວ່າຈະຈັດຕັ້ງປະຕິບັດໃນເດືອນສິງຫານີ້, ເຊິ່ງຜົນໄດ້ຮັບຂອງການສຳຫລວດຈະເປັນຂໍ້ມູນພື້ນຖານທີ່ສຳຄັນ ໃຫ້ແກ່ການສ້າງແຜນນະໂຍບາຍຕ່າງໆຂອງລັດຖະບານ ເພື່ອແນ່ໃສ່ປັບປຸງພື້ນຖານຊີວິດການເປັນຢູ່ ຂອງປະຊາຊົນລາວໃຫ້ດີຂຶ້ນ, ກ້າວໄປສູການຫລຸດພົ້ນຈາກຄວາມທຸກຍາກ, ໄພອຶດຫິວ, ມີຄວາມຢູ່ດີກິນດີ ແລະ ມີສຸຂະພາບແຂງແຮງ ຕາມທິດການພັດທະນາແບບຍືນຍົງ.

          ທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ກ່າວໃນກອງປະຊຸມບັ້ນການສຳຫລວດ
ດັດສະນີໝາຍສັງຄົມລາວ ຄັ້ງທີ II ວ່າ: ການສຳຫລວດດັດສະນີໝາຍສັງຄົມລາວ ແມ່ນການສຳຫລວດໜຶ່ງທີ່ຈຳເປັນ ແລະ ມີຄວາມສຳຄັນທີ່ສຸດ ໃນການສະໜອງຂໍ້ມູນສະຖິຕິດ້ານສັງຄົມ ເຊິ່ງໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາ ລະບົບສະຖິຕິແຫ່ງຊາດ 2010-2020. ໂດຍປະຕິບັດຕາມກົດໝາຍ ແລະ ຍຸດທະສາດດັ່ງກ່າວ ການສຳຫລວດດັດສະນີໝາຍສັງຄົມລາວ ຄັ້ງທຳອິດໄດ້ຈັດຕັ້ງປະຕິບັດໃນປີ 2011-2012 ສາມາດສະໜອງຂໍ້ມູນທາງດ້ານເສດຖະ ກິດ-ສັງຄົມທີ່ຫລາກຫລາຍ ເຊິ່ງເປັນພື້ນຖານທີ່ສຳຄັນໃຫ້ແກ່ການຕິດຕາມ ແລະ ປະເມີນການ ຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານຕ່າງໆຂອງລັດຖະບານ, ໂດຍສະເພາະແມ່ນການສະໜອງຂໍ້ມູນສຳລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VII ແລະ ການຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດແຫ່ງການພັດທະນາ, ພ້ອມທັງສາມາດສະໜອງຂໍ້ມູນກ່ຽວກັບ ສະພາບເສດຖະກິດ-ສັງ ຄົມຂອງເດັກນ້ອຍ, ແມ່ຍິງ, ຜູ້ຊາຍ ແລະ ຄົວເຮືອນ ເຊິ່ງກວມເອົາຫລາຍຕົວຊີ້ບອກ ໂດຍສະເພາະ ດ້ານສຸຂະພາບ, ໂພຊະນາການ, ການສຶກສາ, ນ້ຳ ແລະ ສຸຂະພິບານ, ການແຕ່ງງານ, ການມີເພດສຳພັນ, ການຈະເລີນພັນ-ການຕາຍ, ການຄຸມກຳເນີດ,  (ພຕພ)ເອດສ, ການປົກປ້ອງເດັກ ແລະ ການນຳໃຊ້ຂໍ້ມູນຂ່າວສານ-ເທັກໂນໂລຊີຕ່າງໆ. ເຊິ່ງການສຳຫລວດດັ່ງກ່າວ ແມ່ນສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບກະຊວງສາທາລະນະສຸກ ແລະ ບັນດາຄູ່ຮ່ວມພັດທະນາຕາງໜ້າໂດຍ ອົງການສະຫະປະຊາຊາດກອງທຶນສຳລັບເດັກ (UNICEF) ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ(UNFPA)ມີຄວາມມຸ້ງຫວັງ ທີ່ຈະສືບຕໍ່ດຳເນີນການສຳຫລວດດັດສະນີໝາຍສັງຄົມລາວ ຄັ້ງທີ II ໃຫ້ສຳເລັດໃນປີ 2016-2018.

No comments:

Post a Comment