Ad

Ad

14 July 2016

ເກີດການລະບາດພະຍາດຊະນິດໃໝ່ຢູ່ແຂວງຊຽງຂວາງ, ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 200 ຄົນ


        ຕາມການລາຍງານຂອງແຫຼ່ງຂ່າວໂຮງໝໍແຂວງຊຽງຂວາງໃນວັນທີ 13 ກໍລະກົດນີ້ໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາເປັນຕົ້ນມາຢູ່ແຂວງຊຽງຂວາງໄດ້ເກີດມີພະຍາດຊະນິດໜຶ່ງລະບາດຂຶ້ນຢ່າງຮ້າຍແຮງ ແລະ ຍັງບໍ່ຮູ້ວ່າພະຍາດຫຍັງ, ຊຶ່ງມາຮອດປັດຈຸບັນພົບຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວຫຼາຍກວ່າ 200 ກໍລະນີ, ແຕ່ຍັງບໍ່ມີຜູ້ເສຍຊີວິດ ແລະ ຂະນະດຽວກັນການຮອງຮັບຄົນເຈັບຂອງໂຮງໝໍແຂວງແມ່ນເກີນຂອບເຂດແລ້ວ, ຊຶ່ງຄົນເຈັບຈຳນວນໜຶ່ງຈຳຕ້ອງນອນຢູ່ນອກລະບຽງ ແລະ ເດີນ ທາງມາປິ່ນປາຢູ່ໂຮງມໍໃນນະຄອນຫຼວງວຽງຈັນກໍມີ, ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ສຳລັບອາການຂອງຄົນເຈັບໃນເບື້ອງຕົ້ນແມ່ນເປັນໄຂ້ຂັ້ນຮຸນແຮງ ແລະ ສົ່ງຜົນກະທົບຕໍ່ຕັບຂອງຜູ້ປ່ວຍຢ່າງໜັກ, ຊຶ່ງມາຮອດປັດຈຸບັນພະແນກສາທາລະນະສຸກແຂວງກໍໄດ້ຮີບຮ້ອນລາຍງານໃຫ້ກະຊວງສາທາລະນະສຸກຮັບຊາບແລ້ວຮັບເພື່ອຫາວິທີຊ່ວຍເຫຼືອ, ພ້ອມທັງໄດ້ເລັ່ງ
ກວດວິເຄາະຫາເຊື້ອພະຍາດ ແລະ ສາເຫດຂອງການຕິດເຊື້ອໃນຄັ້ງນີ້, ເພື່ອສາມາດປິ່ນປົວຜູ້ຕິດເຊື້ອໃຫ້ຫາຍຂາດໄດ້,   ພ້ອມໄດ້ລົງແນະນຳໃຫ້ປະຊາຊົນເອົາໃຈໃສ່ປ້ອງກັນຕົນເອງໃນເບື້ອງຕົ້ນ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3 ສະອາດ, ໂດຍສະເພາະແມ່ນການກິນ-ຢູ່ໃຫ້ສະອາດ, ແລະ ນຸ່ງຫົ່ມໃຫ້ສະອາດ.

6 comments:

  1. ຂໍໃຫ້ທາງກະຊວງສາທາລະນະສຸກ ຮູ້ສາເຫດໄວໆເດີ ແລະ ກະພ້ອມກັບທັງຢາຮັກສາ ເພື່ອອ້າຍນ້ອງຊາວຊຽງຂວາງເຮົາກັບມາມີສຸຂະພາກແຂງແຮງຄືເກົ່າ ເປັນກຳລັງໃຈໃຫ້ທຸກຄົນທີ່ກຳລັງປີ່ນປົວຢູ່ເດີ ຊາວຊຽງຂວາງເຮົາ

    ReplyDelete
  2. ໄດ້ຮັບອະນຸຍາດຈາກເຈົ້າຂອງພາບລະຫວາຈື່ງເອົາຮູບຂ້ອຍໄປລົງຂ່າວ

    ReplyDelete
  3. ຢູ່ເມືອງໃດ ຂອງແຂວງຊຽງຂວາງ?

    ReplyDelete
  4. ຄວາມຄິດເຫັນສວ່ນຕົວເດິ່ ຖ້າຫາກໂລກນີ້ມັນລະບາດໄວຫຼາຍແລະຍັງຫາສາເຫດແລະວິທີ່ປິ່ນປ່ວຍໃຫ້ຫາຍຂາດບໍ່ໄດ້ເທື່ອກໍ່ບໍ່ໜ້າຈະອະນຸຍາດໃຫ້ມີການເຄື່ອນຍ້າຍຜູ້ປວ່ຍອອກນອກເຂດ ໃຫ້ກະແຈກກະຈາຍໄປຕາມຂົງເຂດອື່ນ ມັນຍິ່ງຈະເປັນການເພີ່ມການແຜ່ເຊື້ອໄວຣັດໃຫ້ຮຸກຮາມໄປແຂວງອື່ນຢ່າງໄວວາຫຼືບໍ່ ? ຕາມຄວາມຄິດສ່ວນໂຕຊື່ໆເດິ່

    ReplyDelete
    Replies
    1. ເຈົ້າເວົ້າຖືກຕ້ອງ ສາວ

      Delete
  5. ອາດຈະມີການຮົ່ວໄຫລຂອງເຄມີໃນເຂດກະສິກຳຂອງນາຍທຶນຕ່າງປະເທດຫລືບໍ່ຄຳໃນເຂດນັ້ນຫລືບໍ່ ອາການແບບນີ້ມີແຕ່ໄດ້ຮັບພິດຈາກສານໜູ ທີ່ໃຊ້ຂ້າໜູໃນສວນກັບ ສານໄຊຍະໄນທີ່ໃຊ້ໃນການດັກທອງ ຖ້າສານໜູຈະມີຜົນກະທົບກັບຕັບ ກັບລະບົບກອງສານພິດຕ່າງໆ ຖ້າເປັນໄຊຍາໄນຈະເຮັດໃຫ້ລະບົບປະສາດມີບັນຫາ ແຕ່ຮ່າງກາຍເຮົາຕັບເປັນບ່ອນກອງທຳອິດຈຶ່ງມັກເຈີບັນຫາ

    ReplyDelete