Ad

Ad

14 July 2016

ທະນາຄານໂລກອະນຸມັດເງິນກູ້ດອກເບ້ຍຕ່ຳໃຫ້ລາວ 30 ລ້ານໂດລາ, ສະໜັບສະໜັບສະໜູນກອງທຶນຫລຸດຜ່ອນຄວາມທຸກຍາກ

          ພິທີລົງນາມສັນຍາກູ້ຢືມເງິນຈຳນວນ 30 ລ້ານໂດລາສະຫະລັດ ລະຫວ່າງກະຊວງການເງິນ ແລະ ທະນາຄານໂລກ, ໄດ້ມີຂຶ້ນໃນວັນທີ 13 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ, ເພື່ອສືບຕໍ່ສະໜັບສະໜູນກອງທຶນຫລຸດຜ່ອນຄວາມທຸກຍາກ ໄລຍະ III, ລະຫວ່າງທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ອຸນຣິກ ຊາກາວ ອຳນວຍການຂອງທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ກຽດເປັນສັກຂີພິຍານ.

          ໂຄງການຫລຸດຜ່ອນຄວາມທຸກຍາກໄລຍະ III (ແມ່ນໄດ້ຮັບການສະໜອງທຶນຈາກທະນາຄານໂລກ, ເຊິ່ງເປັນໜຶ່ງໃນບັນດາໂຄງການທີ່ສຳຄັນ ເພື່ອແກ້ໄຂຄວາມທຸກຍາກຢູ່ຊົນນະບົດຂອງ ສປປ ລາວ,
ໂດຍສະເພາະການສືບຕໍ່ປັບປຸງພື້ນຖານໂຄງລ່າງ, ເພື່ອເຂົ້າເຖິງເຂດຊົນນະບົດ ຫ່າງໄກສອກຫລີກເຊັ່ນ: ຖະໜົນຫົນທາງຊົນນະບົດ, ລະບົບນ້ຳສະອາດ ແລະ ວຽກງານກະສິກຳ ເພື່ອປັບປຸງຊີວິດການເປັນຢູ່ ແລະ ໂພສະນາການຂອງປະຊາຊົນໃນເຂດຊົນນະບົດ ຈຳນວນ 150 ບ້ານໃຫ້ດີຂຶ້ນ. ຜ່ານໄລຍະທີ I ແລະ II ເຫັນວ່າໂຄງການດັ່ງກ່າວໄດ້ຮັບຜົນດີສົມຄວນ.

No comments:

Post a Comment