Ad

Ad

1 July 2016

ໄຂງານວາງສະແດງສິນຄ້າ ທ໊ອບໄທແບຣນສ໌ 2016


        ງານວາງສະແດງສິນຄ້າທ໊ອບໄທແບຣນສ໌ ( Top Thai Barand ) 2016 ໄດ້ໄຂຂື້ນໃນຕອນແລງຂອງວັນທີ 29 ມິຖຸນານີ້, ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນແລະ ຈະດຳເນີນໄປຈົນເຖິງ ວັນທີ 3 ກໍລະກົດນີ້,ໂດຍມີສິນຄ້າທີ່ຄຸນນະພາບສູງ ແລະ ເປັນຍີ່ຫໍ້ທີ່ມີຊື່ສຽງຂອງປະເທດໄທເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍຢ່າງຫຼາກຫຼາຍ,ເປັນຕົ້ນແມ່ນ: ເຄື່ອງໃຊ້ໄພຟ້າ, ອາຫານ, ໝາກໄມ້, ເຄື່ອງປັ້ນດິນເຜົາ, ເຄື່ອງຫັດຖະກຳ, ເຟີນິເຈີ, ອຸປະກອນກໍ່ສ້າງ ແລະ ອື່ນໆ,ນອກນັ້ນຍັງມີສິນຄ້າຄຸນນະພາບດີຂອງລາວຈຳນວນໜຶ່ງເຂົ້າຮ່ວມວາງສະແດງນຳດ້ວຍ, ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນົບພະດົນ ເທບພິທັກ ເອກອັກຄະລັດຖະທູດໄທປະຈຳລາວ, ທ່ານ ນາງ ພິມົນ ປົງກອງແກ້ວ ເອກອັກຄະລັດເຖະທູດທີ່ປືກສາຝ່າຍການພານິດ, ກະຊວງພານິດແຫ່ງປະເທດໄທ, ພ້ອມດ້ວຍຜູ້ປະກອບການ ແລະ ຊາວຄ້າຂາຍເຂົ້າຮ່ວມເປັນຈຳນວນຫຼາຍ.

          ທ່ານ ນາງພິມົນ ກ່າວໃນພິທີວ່າ: ງານວາງສະແດງສິນຄ້າຄັ້ງນີ້ຖືເປັນງານວາງສະແດງສິນຄ້າທີ່ໃຫຍ່ຈຸດປະສົ່ງເພື່ອເຊື່ອມໂຍງສາຍພົວ ພັນອັນດີງາມຂອງສອງປະເທດໄທ-ລາວ,ທີ່ີມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນຂື້ນໄປເລື້ອຍໆ,ໂດຍສະເພາະແມ່ນດ້ານການຄ້າ - ການລົງທືນ,ເພື່ອເພີ່ມມູນຄ່າການຄ້າລະຫວ່າງສອງປະເທດ, ເສີມສ້າງພາບລັກສິນຄ້າທີ່ມີຄຸນນະພາບ, ມີມາດຕະຖານ, ມີເຄື່ອງໝາຍການຄ້າທັງສອງປະເທດໃຫ້ເປັນທີ່ນິຍົມ ແລະ ຖືກຍອມຮັບໃນກຸ່ມຜູ້ຊົມໃຊ້, ພ້ອມທັງເປັນການກະຕຸ້ນ ແລະ ສົ່ງເສີມໃຫ້ນັກທຸລະກິດຂອງສອງປະເທດໄດ້ມີການຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ,ພາຍໃຕ້ງານວາງສະແດງສິນຄ້າທີ່ສ້າງສັນ,ກ້າວໄປສູ່ປະຊາຄົມເສດຖະກິດອາຊຽນຢ່າງໝັ້ນຄົງ ແລະ ຍືນຍົງ, ສຳລັບການຈັດງານດັ່ງກ່າວໃນປີນີ້ໄດ້ມີການປັບປ່ຽນຮູບແບບໃໝ່, ໂດຍການມີສ່ວນຮ່ວມຈາກຫຼາຍ ພາກສ່ວນ,ເປັນຕົ້ນແມ່ນພາກລັດ ແລະ ເອກະຊົນຂອງທັງສອງປະເທດ,ໂດຍການຄັດເລືອກນັກທຸລະກິດ ແລະ ສິນຄ້າທີ່ນຳມາວາງສະແດງຢ່າງມີຄຸນນະພາບ, ມາດຕະຖານການຄ້າ ແລະ ຖືກຍອມຮັບຈາກຜູ້ຊົມໃຊ້ເປັນຢ່າງດີ.

No comments:

Post a Comment