Ad

Ad

18 July 2016

ລັດຖະບານເຂັ້ມງວດໃນການສະກັດກັ້ນການສົ່ງອອກໄມ້ທຸກປະເພດ


        ວັນທີ 15 ກໍລະກົດຜ່ານມານີ້, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາ ຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງກ່ຽວກັບການແກ້ໄຂຜະລິດຕະພັນໄມ້ປອກ ແລະ ໄມ້ຝານ ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ສັງຄົມ ແລະ ປະຊາຊົນພາຍໃນປະເທດຄື: ອີງຕາມການສະເໜີຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ໃນກອງປະຊຸມນາຍົກ ແລະ ຮອງນາຍົກລັດ ຖະມົນຕີ ລະຫວ່າງວັນທີ 20-21 ມີຖຸນາຜ່ານມານີ້, ໂດຍໄດ້ພິຈາລະນາ ແລະ ຊີ້ນຳແກ້ໄຂບັນຫາຜະລິດຕະພັນໄມ້ປອກ ແລະ ໄມ້ຝານ ທີ່ຍັງຕົກຄ້າງຢູ່ບັນດາໂຮງງານຕ່າງໆ ໂດຍເຫັນດີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາເບິ່ງສັນຍາ ແລະ ຂຶ້ນບັນຊີຈຳນວນໄມ້ແຕ່ລະປະເພດທີ່ຍັງຕົກຄ້າງຢູ່ ໂຮງງານຕ່າງໆໃຫ້ລະອຽດ ແລະ ຊັດເຈນ ແລ້ວຈຶ່ງຂໍອະນຸຍາດໃຫ້ສົ່ງອອກໃນຈຳນວນທີ່ມີໃນໂຮງງານເທົ່ານັ້ນ, ເພື່ອຫັນມາປຸງແຕ່ງເປັນຜະລິດຕະພັນພາຍໃນ ກ່ອນຈະສົ່ງອອກໄປຕ່າງ
ປະເທດ. ຜ່ານການລົງກວດກາຕົວຈິງຂອງ ພາກສ່ວນກ່ຽວຂ້ອງເຫັນວ່າ: ມີໂຮງງານທີ່ຜະລິດໄມ້ປອກ ແລະ ໄມ້ຝານທົ່ວປະເທດ 47 ແຫ່ງ, ໃນນັ້ນ ໂຮງງານທີ່ໄດ້ຜະລິດ ແລະ ຍັງບໍ່ທັນໄດ້ສົ່ງອອກຜະລິດຕະພັນໄມ້ດັ່ງກ່າວ ມີ 38 ໂຮງງານ ໃນ 6 ແຂວງຄື: ສາລະວັນ, ອັດຕະປື, ຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ ແລະ ບໍລິຄຳໄຊ, ຊຶ່ງມີບໍລິມາດຜະລິດຕະພັນໄມ້ດັ່ງກ່າວ 12 ລ້ານກວ່າແມັດກ້ອນ, ພ້ອມນີ້ ພາກສ່ວນກ່ຽວຂ້ອງແມ່ນເລັ່ງຂໍອະນຸຍາດຈາກລັດຖະບານ ເພື່ອສົ່ງອອກ, ໝາຍຄວາມວ່າ: ນອກຈາກຈຳນວນນີ້ແລ້ວ ແມ່ນບໍ່ອະນຸຍາດໃຫ້ຜະລິດ ແລະ ສົ່ງອອກເພີ່ມຕື່ມອີກຢ່າງເດັດຂາດ.

          ໃນໂອກາດດັ່ງກ່າວ ໂຄສົກລັດຖະບານ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ແລະ ຜູ້ປະ ກອບການ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ເລິກເຊິ່ງ, ໂດຍສະເພາະ ຜູ້ປະກອບການທຸລະກິດໄມ້ທັງຫລາຍ ຈົ່ງເສີມຂະຫຍາຍມູນເຊື້ອຮັກຊາດ, ອົດທົນໜຽວແໜ້ນ ຜ່ານຜ່າອຸປະສັກຕ່າງໆ, ພ້ອມທັງຮ່ວມມືກັບລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ຊອກຫາທາງອອກທີ່ດີທີ່ສຸດ ໃນການນຳໃຊ້ຊັບພະ ຍາກອນທຳມະຊາດ ທີ່ເປັນທ່າແຮງຂອງປະເທດເຮົາ ໃຫ້ເກີດປະໂຫຍດສູງສຸດ, ເພື່ອການປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ແນໃສ່ຮັບປະກັນສິດ ແລະ ຜົນປະ ໂຫຍດຂອງລັດ, ລວມໝູ່, ນິຕິບຸກຄົນ, ບຸກຄົນ ແລະ ພົນລະເມືອງລາວທຸກທົ່ວໜ້າ.

No comments:

Post a Comment