Ad

Ad

15 July 2016

ລາວສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານ ແລະ ຈັດຫາງານຂອງບັນດາປະເທດ G20 ຢູ່ສປ ຈີນ

           ກອງປະຊຸມລັດຖະມົນຕີແຮງງານ ແລະ ຈັດຫາງານຂອງບັນດາປະເທດ ຈີຊາວ (G20) ໄດ້ຈັດຂື້ນລະຫວ່າງວັນທີ 12-13 ກໍລະກົດນີ້, ທີ່ນະຄອນຫຼວງປັກກິງ, ສປ ຈີນ, ໂດຍການເຂົ້າຮ່ວມຂອງທ່ານ ມາໄຄ (MA Kai) ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ເພື່ອປຶກສາຫາລືກ່ຽວກັບບັນຫາແຮງງານຜເ ໂດຍສະເພາະແມ່ນການໃຫ້ໂອກາດແກ່ການຈ້າງງານ, ສົ່ງເສີມການຈັດຫາວຽກ ເຮັດງານທໍາ ແລະ ວຽກທີ່ມີຄຸນຄ່າເປັນທໍາອື່ນໆອີກ.
            ໃນກອງປະຊຸມທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ປະກອບຄໍາເຫັນຕໍ່ກອງຊຸມ, ເພື່ອແຈ້ງຜົນສຳເລັດຂອງ ກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 24, ທີ່ສປປ ລາວເປັນເຈົ້າພາບວ່າ: ກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາແຜນງານລັດຖະມົນຕີແຮງງານອາຊຽນແຕ່ 2016-2020, ທີ່ກວມເອົາ ວຽກການສົ່ງເສີມວຽກເຮັດງານທຳ, ການຄຸ້ມຄອງແຮງງານ, ການພັດທະນາສີມືແຮງງານ, ການຄຸ້ມຄອງ-ບໍລິຫານຕະຫຼາດແຮງງານ, ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ, ຮັບຮອງເອົາຮ່າງຖະແຫຼງການວຽງຈັນ ວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະ ບົບໄປສູ່ການຈ້າງແຮງງານໃນລະບົບ, ເພື່ອກ້າວສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນ ທຳໃນອາຊຽນ, ເຂົ້າສູ່ຕ່ອງໂສ້ຂອງການຜະລິດ ແລະ ບໍລິການ, ໂດຍສະເພາະແມ່ນທຸລະກິດຈຸນລະພາກ, ທຸລະກິດຂະໝາດນ້ອຍ ແລະ ກາງ.

            ທ່ານລັດຖະມົນຕີ ຍັງໄດ້ຖືໂອກາດນີ້ແລກປ່ຽນນະໂຍບາຍຂອງລາວ ແລະ ຈີນ ກ່ຽວກັບການຈັດຫາງານການສ້າງວຽກເຮັດງານທຳ, ໂດຍເນັ້ນໃສ່ການຕອບສະໜອງຕໍ່ການລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ກໍາລັງແຮງງານ ດ້ວຍການພັດທະນາສີມືແຮງງານ, ການປົກປ້ອງສັງຄົມ, ສາຍພົວພັນແຮງງານ, ການພັດທະນາເສດຖະກິດຢູ່ທ້ອງຖິ່ນ, ການ ປຶກສາຫາລືສາມຝ່າຍ ແລະ ການຄຸ້ມຄອງ-ບໍລິຫານຕະຫຼາດແຮງງານ ແລະ ການປັບປຸງ ນິຕິກຳ ໂດຍສະເພາະ ແມ່ນການປັບປຸງກົດໝາຍແຮງງານ ໃນປີ 2013. ໃນຕອນທ້າຍ, ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫຼງການຂອງລັດຖະ ມົນຕີຂອງປະເທດ G20 ວ່າດ້ວຍວິວັດທະນາການ ແລະ ການເຕີບໂຕແບບມີສວ່ນຮ່ວມ, ວຽກທີ່ມີຄຸນຄ່າ-ເປັນທຳ, ສົ່ງເສີມການມີວຽກເຮັດງານທຳ ແລະ ການສະໜອງໂອກາດດ້ານອາຊີບຢ່າງພຽງພໍ.

            ທ່ານລັດຖະມົນຕີແຮງງານລາວ ຍັງໄດ້ຖືໂອກາດສໍາຄັນນີ້ ພົບປະສອງຝ່າຍ ກັບ ຮອງລັດຖະ ມົນຕີ ກະຊວງພັດທະນາຊັບພະຍາກອນມະນຸດ ແລະ ປະກັນສັງຄົມ ແຫ່ງສປ ຈີນ, ເພື່ອເພີ່ມທະວີການຮ່ວມມືທາງດ້ານວຽກງານແຮງງານ ແລະ ພົບປະກັບລັດຖະມົນຕີ ກະຊວງແຮງງານ ແລະ ຈັດຫາງານເກົາຫຼີ, ເພື່ອການກະກຽມບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານລະ ຫວ່າງ ສປປ ລາວ ແລະ ສ.ເກົາຫຼີ, ໂດຍທັງສອງຝ່າຍໄດ້ເຫັນດີເອກະພາບກັນໃຫ້ມີການລົງນາມຮ່ວມກັນໃນເດືອນກັນຍາ 2016 ທີ່ ສປປ ລາວ. 

No comments:

Post a Comment