Ad

Ad

12 July 2016

ຈະຈັດງານວາງສະແດງ Vientiane International Motor Expo ຄັ້ງທຳອິດຢູ່ລາວ

          ໃນກອງປະຊຸມຖະແຫຼ່ງຂ່າວທີ່ໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດນີ້, ທີ່ສະມາຄົມນັກຂ່າວແຫ່ງປະເທດລາວ ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາ ຫະກຳ ແລະ ການຄ້າ ແລະ ທ່ານ ພອນຈັນ ເພັງສຸວັນ ປະທານບໍລິສັດ ພີພີ ໄຊໂຍອິນເຕີເທັນເມັນ ແອນອໍກາໄນເຊີ ກຳຈັດ ຜູ້ດຽວໄດ້ຖະແຫຼງຕໍ່ສືມວນຊົນວ່າ: ໃນວັນທີ 30 ກັນຍາ - 6 ຕຸລາ 2016 ນີ້ບໍລິສັດຂອງຕົນຈະຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າຈັດງານວາງສະແດງລົດນາໆຊາດ( Vientiane International Motor Expo ) ຂຶ້ນເປັນຄັ້ງທຳອິດ, ຢູ່ສູນການຄ້າໄອເຕັກ, ນະຄອນ ຫຼວງວຽງຈັນ, ໂດຍຈະມີກິດ ຈະກຳຕ່າງໆເຊັ່ນ: ການ
ວາງສະແດງ ແລະ ໂຊສະມັດຕະພາບລົດຫຼາກຫຼາຍຍີ່ຫໍ້, , ການວາງສະແດງ ແລະ ຂາຍສິນຄ້າເຄື່ອງຈັກ, ເຄື່ອງໃຊ້ໄພຟ້າທີ່ທັນສະໄໝຕ່າງໆທັງພາຍໃນ ແລະ ຕ່າງປະເທດຫຼາຍກວ່າ  500 ບໍລິສັດເຂົ້າຮ່ວມ, ນອກນັ້ນຍັງຈະມີກິດຈະກຳສຳມະນາ ແລະ ການແຂ່ງຂັນລົດ ຈາກບໍລິສັດຕ່າງໆທີ່ເຂົ້າຮ່ວມງານຄື: ແຂ່ງດຣິບລົດ, ປະກວດລົດງານ, ແຂ່ງ ຂັນ ເຄື່ອງສຽງລົດ ແລະ ອື່ນໆ , ພິເສດແມ່ນຈະມີລົດ ແລະ ນະວັດຕະກຳທີ່ທັນສະໄໝມາຮ່ວມວາງສະ ແດງໃຫ້ຄົນລາວໄດ້ເບິ່ງໄດ້ຊົມ,ພ້ອມນັ້ນງານດັ່ງກ່າວຍັງເປີດໂອກາດໃຫ້ມີການພົບປະຂອງນັກທຸລະກິດ, ບໍລິສັດນຳເຂົ້າ ແລະ ຄ້າຂາຍລົດລະ ຫວ່າງພາຍໃນ ແລະ ຕ່າງປະເທດ.

          ຫົວໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າໃຫ້ຮູ້ວ່າ: ງານດັ່ງກ່າວແມ່ນຈັດຂຶ້ນເປັນຄັ້ງທຳອິດຢູ່ ສປ ລາວ, ເພື່ອເປັນການຕ້ອນຮັບການເຂົ້າເປັນສະມາຊິກປະຊາຄົມເສດຖະກິດອາຊຽນ ແລະ ກອງປະຊຸມສຸດຍອດອາຊຽນທີ່ລາວໄດ້ຮັບກຽດເປັນເຈົ້າພາບທີ່ຈະຈັດຂື້ນໃນເດືອນກັນຍາທີ່ຈະມາເຖິງນີ້,ທັງເປັນການສະແດງປະສິດທິພາບຂອງສິນຄ້າ ເແລະ ການພັດທະນາເທັກໂນໂລ ຢິກ່ຽວກັບພາຫະນະທີ່ມີຊີ່ສຽງຂອງໂລກ ແລະ ໃນກຸ່ມປະເທດອາຊຽນດ້ວຍກັນ ໂດຍຜ່ານຊ່ອງທາງສົ່ງເສີມການຄ້າພາຍໃນປະເທດອາຊຽນ, ທັງເປັນການດຶງດູດການຄ້າ-ການລົງທຶນ ແລະ ການທ່ອງທ່ຽວຈາກຕ່າງປະ ເທດໃຫ້ເຂົ້າມາລາວໃຫ້ນັບມື້ຫຼາຍຂຶ້ນ, ເພື່ອເພີ່ມທາງເລືອກໃຫ້ແກ່ຜູ້ຊົມໃຊ້ຫຼາຍຂຶ້ນ, ທັງຈະປະກອບ ສ່ວນສຳຄັນເຂົ້າໃນການພັດທະນາເຕັກໂນໂລຊີຂອງປະເທດອີກດ້ວຍ.

No comments:

Post a Comment