Ad

Ad

19 August 2016

ນັກບັນເລທີ່ມີຊື່ສຽງຂອງຄິວບາຈະສະແດງຢູ່ໃນຄອນຫຼວງວຽງຈັນໃນວັນທີ 21 ສິງຫານີ້

          ທ່ານ ນາງ ແອນນາ ອຸປະທູດປະເທດຄິວບາປະຈຳລາວໄດ້ຖະແຫຼງຕໍ່ສືມວນຊົນໃນວັນທີ 18 ສິງຫານີ້ວ່າ: ນາງ ວຽງໄຊ ໄວເດສ໌ ນັກເຕັ້ນບັນເລ ( Ballet ) ທີ່ມີຊື່ສຽງຈາກປະເທດກູບາຈະສະ ແດງເຕັ້ນດັ່ງກ່າວຢູ່ນະຄອນຫຼວງວຽງຈັນໃນວັນທີ 21 ສິງຫານີ້, ທີ່ຫໍວັດທະນາທຳແຫ່ງຊາດ ເພື່ອແລກປ່ຽນທາງດ້ານວັດທະນາທຳແລ້ວ, ລາວຍັງເນັ້ນໃສ່ສົ່ງເສີມມິດຕະພາບລະຫວ່າງລາວ ແລະ ກູບາໃຫ້ແຫນ້ນແຟ້ນຍິ່ງຂຶ້ນນາງວຽງໄຊ ໄອເດສ ນອກຈາກຈເປັນນັກບັນເລທີ່ມີຊື່ສຽງແລ້ວ, ຍັງເປັນຮອງປະທານສະມາຄົມມິດຕະພາບລາວ-ກູບາ ສ່ວນຊື່ຂອງລາວທີ່ວ່າ: ວຽງໄຊ ແມ່ນຕັ້ງຕາມຄົນລາວ, ເນື່ອງຈາກວ່າພໍຂອງເພິ່ນເຄີຍເປັນທູດກູບາຄົນທຳອິດປະຈຳລາວ ແລະ ມີຄວາມມັກຮັກໃນປະ ເທດລາວຫຼາຍ. ໂອກາດນີ້ທ່ານອຸປະທູດໄດ້ເຊີນທຸກຊາວນະຄອນຫລວງວຽງຈັນເຂົ້າຮ່ວມຊົມງານສະແດງໃນຄັ້ງນີ້ດ້ວຍ.

No comments:

Post a Comment