Ad

Ad

19 August 2016

ຕໍາຫລວດເຜີຍຄວາມເສຍຫາຍຈາກໄຟໄໝ້ສາງສີນຄ້າຢູ່ບ້ານດົງນາໂຊກເໜືອຫລາຍກວ່າ 3 ຕື້ກີບ

  ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ທ່ານ ສີສຸວັງ ໄຊສຸເທບ, ໄດ້ລາຍງານໃຫ້ນັກຂ່າວພວກເຮົາຮູ້ໃນວັນທີ 18 ສິງຫານີ້ວ່າ: ພາຍຫລັງເກີດເຫດການໄຟໃໝ້ສາງເກັບມ້ຽນສີນຄ້າຂະໜາດໃຫຍ່ ຂອງບໍລິສັດຂົນສົ່ງດາວໃຈຢູ່ບ້ານດົງນາໂຊກເໜືອ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນຢ່າງຮຸນແຮງເມື່ອເວລາປະມານ 5 ໂມງເຊົ້າຂອງວັນທີ 2 ສິງຫາຜ່ານມານີ້, ເຈົ້າໜ້າທີ່ພວກເຮົາກໍໄດ້ເລັ່ງດໍາເນີນການສືບສວນ-ສອບສວນ ຫາສາເຫດຂອງໄຟໃໝ້ຄັ້ງນີ້ຢ່າງລະອຽດ, ຊຶ່ງໃນສາງແຫ່ງນີ້ມີສີນຄ້າຫລາກຫລາຍປະເພດ ເຊັ່ນ: ມີລົດບັນທຸກ 6 ຄັນ, ເຄື່ອງໄຟຟ້າ, ອຸປະກອນກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ ແລະ ພົບວ່າສາເຫດໄຟໃໝ້ນີ້ແມ່ນເກີດຈາກໄຟຟ້າລັດວົງຈອນ, ຊຶ່ງພົບຫລັກຖານການເກີດໄຟຟ້າຊ໋ອດຢູ່ພາຍໃນຫ້ອງບັນຊີ-ການເງິນຂອງສາງດັ່ງກ່າວ ແລະ ສ້າງຄວາມເສຍຫາຍຫລາຍກວ່າ 3 ຕື້ກີບ.


           ແນວໃດກໍຕາມ, ຈາກເຫດການສູນເສຍບໍເພິ່ງປາດຖະໜາດັ່ງກ່າວນີ້, ເຈົ້າໜ້າທີ່ຈຶ່ງເຕືອນໄປເຖິງບັນດາສຳນັກງານ, ອົງການ, ຕະຫຼອດຮອດປະຊາຊົນຈົ່ງເອົາໃຈໃສ່ຕິດຕາມກວດກາລະບົບໄຟຟ້າໃນສຳນັກງານ, ຫ້ອງການ ແລະ ເຮືອນຊານບ້ານຊ່ອງຂອງຕົນໃຫ້ດີ, ຖ້າຫາກເຫັນວ່າມີສະພາບເກົ່າແກ່ຊຸດໂຊມກໍໃຫ້ປ່ຽນຖ່າຍ ເພື່ອຫຼີກລ້ຽງຈາກການເກີດໄຟຊ໋ອດ ຫຼື ໄຟຟ້າລັດວົງຈອນໄດ້ງ່າຍ, ພ້ອມນັ້ນໃຫ້ມີສະຕິ ມອດຟືນໄຟໃຫ້ດີຫຼັງຈາກໃຊ້ງານແລ້ວ ເຊັ່ນ: ປັກສຽບ, ພັດລົມ, ແອ, ເຕົາອົບ, ເຕົາແກ໋ດ ແລະ ເຄື່ອງໃຊ້ໄຟຟ້າອື່ນໆ ເພື່ອຄວາມປອດໄພ ແລະ ສິ່ງສຳຄັນໜຶ່ງເມື່ອກໍ່ສ້າງອາຄານຕ່າງໆແມ່ນໃຫ້ປະຕິບັດຕາມຫຼັກການກໍຄືລະບຽບກົດໝາຍຂອງໜ່ວຍງານສະກັດກັ້ນ ແລະ ຕ້ານອັກຄີໄພຢ່າງເຂັ້ມງວດ, ໂດຍສະເພາະການຕິດຕັ້ງລະບົບດັບເພີງຄົບຊຸດຍິ່ງຈະເປັນການດີທີ່ສຸດ ເພື່ອສາມາດມອດໄຟໄດ້ທັນເວລາໃນເມື່ອມີໄຟໄຟ້າຊ໋ອດ ຫຼື ອັກຄີໄພເກີດຂຶ້ນ.

No comments:

Post a Comment