Ad

Ad

19 August 2016

ລາວເຝົ້າລະວັງລະດັບນ້ຳໃນທົ່ວປະເທດຢ່າງໃກ້ຊິດ, ຫລັງພະຍຸເຂດຮ້ອນດຽນມູຈະເຄື່ອນເຂົ້າພາກເຫນືອ


       ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນວ່າ: ພະຍຸເຂດຮ້ອນ ດຽນມູ (Dianmu), ຫົວທີ 8 ໃນປີ 2016 ໄດ້ກໍ່ຕົວຂຶ້ນໃນວັນທີ 18 ສິງຫານີ້, ໃກ້ແຄມຝັ່ງທາງພາກໃຕ້ຂອງສປ ຈີນ, ໄດ້ມີຈຸດສູນກາງຢູ່ເສັ້ນຂະໜານທີ 21,2 ອົງສາເໜືອ ແລະ ເສັ້ນແວງທີ 110,9 ອົງສາຕາເວັນອອກ ພວມເຄື່ອນມາທາງດ້ານຕາເວັນຕົກ ແລະ ຄາດຄະເນວ່າ: ພະຍຸຫົວນີ້ ຈະເຄື່ອນທີ່ຜ່ານພາກເໜືອຂອງ ສສ ຫວຽດ ນາມ ໃນຕອນເຊົ້າວັນທີ 19 ສິງຫາ, ຈາກນັ້ນ ກໍອ່ອນກຳລັງລົງເປັນພາຍຸດີເປຼຊັນ ຜ່ານພາກເໜືອຂອງລາວເຂດແຂວງຫົວພັນ ແລະ ຜົ້ງສາລີ, ໃນໄລຍະຄືນວັນທີ 19-20 ສິງຫານີ້. ຕະຫລອດໄລຍະເຄື່ອນທີ່ຂອງພະຍຸດັ່ງກ່າວ ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກເໜືອລົງຫາພາກກາງ ແລະ ຍັງຈະເຮັດໃຫ້ລະດັບແມ່ນ້ຳຂອງສູງ ແລະ ແມ່ນ້ຳສາຂາຕ່າງໆສູງຂຶ້ນຮອດເຂດລະວັງໄພ ໄປເຖິງເຂດອັນຕະລາຍຢູ່ບາງທ້ອງຖິ່ນອີກດ້ວຍ.

          ສຳລັບລະດັບນ້ຳປະຈຳວັນທີ 19-20 ສິງຫານີ້, ຢູ່ແຂວງຫລວງພະບາງ ແມ່ນ 12,56 ແມັດ (ເຂດລະວັງໄພ 17,50 ແມັດ), ຫລັກ 4 ນະຄອນຫລວງວຽງຈັນ 9,52 ແມັດ (ເຂດລະວັງໄພ 11,50 ແມັດ), ສະຫວັນນະເຂດ 8,78 ແມັດ (ເຂດລະວັງໄພ 12 ແມັດ), ປາກເຊ 7,74 ແມັດ (ເຂດລະວັງໄພ 11 ແມັດ), ຂົວເຊບັ້ງໄຟ 16,98 ແມັດ (ລະວັງໄພ 17,50 ແມັດ), ເຂື່ອນນ້ຳງື່ມ 206,96 ແມັດ (ເຂດລະວັງໄພ 212 ແມັດ). ດັ່ງນັ້ນ ຈຶ່ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິ, ລະມັດລະວັງ ເພື່ອກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ລົມພັດແຮງ, ນ້ຳຖ້ວມໄຫລຊຸແຮງ, ນ້ຳຖ້ວມຍື່ງ ແລະ ດິນເຈື່ອນ, ພ້ອມທັງຈັດເກັບສິ່ງຂອງທີ່ຈຳເປັນ ແລະ ສັດລ້ຽງໄວ້ບ່ອນສູງ ເພື່ອຄວາມປອດໄພ.

No comments:

Post a Comment