Ad

Ad

19 August 2016

ລາວຫາລືການປະຕິບັດກົດໝາຍ ແລະ ສົນທິສັນຍາຄວບຄຸມຢາສູບ


        ຄະນະກໍາມາທິການແຫ່ງຊາດ ເພື່ອການຄວບຄຸມຢາສູບ, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ສົນທິສັນຍຄວບຄຸມຢາສູບ, ໂດຍສະເພາະບັນຫາການເກັບເງິນເຂົ້າກອງທຶນຄວບຄຸມຢາສູບ ແລະ ສາຄັນອື່ນໆ, ພາຍຫລັງເຫັນວ່າວຽກງານຄວບຄຸມຢາສູບ ແມ່ນການກັນພະຍາດທີ່ບໍ່ຕິດຕໍ່ ແລະ ທັງເປັນການສົ່ງເສີມສຸຂະພາບຂອງສັງຄົມ, ເຊິ່ງໃນໄລຍະຜ່ານມາ, ເຫັນວ່າພວກເຮົາໄດ້ໃຫ້ຄວາມສໍາຄັນໜ້ອຍຫລາຍ ແລະ ຖືເບົາສໍາລັບວຽກງານນີ້, ໂດຍສະແດງອອກໃນການປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ, ການປົກປ້ອງສຸຂະພາບຂອງຄົນສູບຢາ ຫລື ເຂດປອດຄວັນຢາສູບ, ການແນະນໍາໃນການອອກຢາສູບ, ການເຕືອນກ່ຽວກັບອັນຕະລາຍຂອງການສູບຢາ, ການຄັງຄັບໃຊ້ການຫ້າມໂຄສະນາ ແລະ ການຂຶ້ນອາກອນຢາສູບ.

          ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນວັນທີ 18 ສິງຫານີ້ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ, ມີບັນດາຮອງລັດຖະມົນຕີໃນຄະນະກໍາມະການດັ່ງ ກ່າວເຂົ້າຮ່ວມຢ່າງພ້ອມພຽງ.

No comments:

Post a Comment