Ad

Ad

19 August 2016

ຫວຽດນາມຊ່ວຍເຫລືອນໍ້າຢາກວດສານເຄມີໃນອາຫານແກ່ລາວຮັບໃຊ້ກອງປະຊຸມສຸດຍອດອາຊຽນ

             ກອງບັນຊາການປ້ອງກັນໃກ້ຊິດກະຊວງຕໍາຫລວດ ສສ ຫວຽດນາມ, ໄດ້ໃຫ້ການຊ່ວຍ ເຫລືອນໍ້າຢາກວດສານເຄມີໃນອາຫານຈໍານວນ 10 ຊຸດໃຫ້ແກ່ກອງບັນຊາການປ້ອງກັນສູນກາງກະຊວງປ້ອງກັນຄວາມສະຫງົບຂອງລາວ ເພື່ອນໍາໃຊ້ເຂົ້າໃນການກວດກາຫາສານເຄມີທີ່ອາດເຈືອປົນໃນອາຫານ ແລະ ເຄື່ອງດື່ມປະເພດຕ່າງໆ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ ສ ປປ ລາວໄດ້ຮັບກຽດເປັນເຈົ້າພາບຂຶ້ນໃນຕົ້ນເດືອນກັນຍານີ້ໃຫ້ຮັບປະກັນຄວາມປອດໄພ ແລະ ປະສົບຜົນສໍາເລັດຈົບງາມ.
            ພິທີມອບ-ຮັບນໍ້າຢາດັ່ງກ່າວຈັດຂຶ້ນໃນວັນທີ 16 ສິງຫານີ້,ຢູ່ນະຄອນຫລວງວຽງຈັນ ລະ ຫວ່າງທ່ານພັນໂທ ກາວ ວັນ ມຽນ ຮອງຫົວໜ້າພະແນກເຕັກນິກ-ປ້ອງກັນ ກອງບັນຊາການປ້ອງກັນໃກ້ຊິດ
ດະຊວງຕໍາຫລວດຫວຽດນາມ ແລະ ທ່ານພັນໂທ ສົມໝາຍ ພົມມະຈັນ ຮອງຫົວໜ້າກອງບັນ ຊາການປ້ອງກັນສູນກາງກະຊວງປ້ອງກັນຄວາມສະຫງົບລາວ ແລະ ໃນວັນດຽວກັນກໍມີພິທີເປີດການຝຶກອົບຮົມວິທີນໍາໃຊ້ນໍ້າຢາດັ່ງກ່າວໃຫ້ແກ່ພະນັກງານວິຊາສະເພາະຂອງລາວ ແລະ ຈະດໍາເນີນໄປເປັນເວລາ 5 ວັນຈຶ່ງສໍາເລັດ. 

No comments:

Post a Comment