Ad

Ad

23 August 2016

ທະນາຄານ ຫວຽດຕິນ ລາວ ມອບລາງວັນໃຫ້ລູກຄ້າຜູ້ໂຊກດີ


        ໃນວັນທີ 22 ສິງຫານີ້, ທະນາຄານ ຫວຽດຕິນ ລາວ ໄດ້ຈັດພິທີມອບລາງວັນໃຫ້ລູກຄ້າຜູ້ໂຊກດີໃນລາຍການເຮັດທຸລະກຳກັບທະນາຄານ ຫວຽດຕິນລາວ ຈຳກັດ ລຸ້ນຮັບລົດ PRADO ມູນຄ່າ 770 ລ້ານກີບ, ຊຶ່ງແມ່ນທ່ານ ຫງວຽນຢຸຍຫົງ (Nguyen Duy Hong) ສັນຊາດຫວຽດນາມ, ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເປັນຜູ້ໂຊກດີໄດ້ຮັບລົດປຼາໂດ ດັ່ງກ່າວ ນອກນີ້ຍັງມີລາງວັນຊົມເຊີຍອີກຫລາຍຢ່າງ, ໂດຍແມ່ນທ່ານ ເລ ກວກ ນາມ (LE QUOC NAM) ຜູ້ອຳນວຍການໃຫຍ່ທະນາຄານ ຫວຽດຕິນລາວ ຈຳກັດ ໃຫ້ກຽດຂຶ້ນມອບລາງວັນດັ່ງກ່າວ ແລະ ມີຄະນະຜູ້ບໍລິຫານ, ອຳນາດການປົກຄອງບ້ານ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຄີພິຍານ.

No comments:

Post a Comment