Ad

Ad

1 September 2016

ລາວເລີ່ມເກັບອາກອນມູນຄ່າເພີ່ມ 10% ຂອງມູນຄ່າເຄື່ອງຂອງຜູ້ເດີນທາງເຂົ້າປະເທດ

           ກະຊວງການເງິນ, ໄດ້ອອກຂໍ້ກໍານົດວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມສໍາລັບເຄື່ອງຂອງຕິດຕົວຜູ້ໂດຍສານໃນອັດຕາ 10% ຂອງມູນຄ່າເຄື່ອງ, ຊຶ່ງໄດ້ເລີ່ມປະຕິບັດນັບແຕ່ວັນທີ 30 ສິງຫາ 2016 ເປັນຕົ້ນໄປ, ຫລັງຈາກເຫັນວ່າການຈັດເກັບກໍລະນີດັ່ງກ່າວເປັນການປະຕິບັດເສຍພັນທະອາກອນຕາມລະບຽບກົດໝາຍ. ໂດຍໄດ້ກໍານົດດ້ານລະບຽບຫລັກການດັ່ງນີ້: (1) ໃຫ້ລັດຖະການພາສີຄຸ້ມຄອງການຈັດເກັບອາກອນມູນຄ່າເພີ່ມສໍາລັບການນໍາເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານທີ່ເປັນພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ທີ່ດໍາລົງຊີວິດຢູ່ ສປປ ລາວ ຊຶ່ງໄດ້ເດີນ ທາງເຂົ້າ ສປປ ລາວ ຜ່ານດ່ານພາສີຊາຍແດນ ລວມທັງດ່ານສະໜາມບິນສາກົນໃນອັດຕາ 10% ຂອງມູນຄ່າເຄື່ອງຂອງ. (2) ຜູ້ໂດຍສານທີ່ເປັນພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ທີ່ເດີນທາງເຂົ້າ ສປປ ລາວ ຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມຕາມອັດຕາທີ່ກຳນົດໄວ້ໃນຂໍ້ທີ 1 ຂອງຂໍ້ກຳນົດສະບັບນີ້. ສໍາລັບຜູ້ໂດຍສານທີ່ເດີນທາງເຂົ້າຜ່ານດ່ານພາສີຊາຍແດນເປັນບາງຄັ້ງຄາວ ຫລື ບໍ່ມີລັກສະນະປະຈຳ (ບໍ່ເກີນສອງຄັ້ງຕໍ່ເດືອນ) ເຊິ່ງໄດ້ຊື້ເຄື່ອງຂອງມາຊົມໃຊ້ ແລະ ນຳເຂົ້າເຄື່ອງຂອງທີ່ບໍ່ມີລັກສະນະການຄ້າ ຫລື ຈຸດປະສົງ
ທາງການຄ້າ, ມີມູນຄ່າບໍ່ສູງ ແລະ ເປັນເຄື່ອງທີ່ຮັບໃຊ້ໃນການດຳລົງຊີວິດປະຈຳວັນແມ່ນໄດ້ຮັບການຍົກເວັ້ນໃນມູນຄ່າບໍ່ເກີນ 50 ໂດລາສະຫະລັດ, ສ່ວນມູນຄ່າທີ່ເກີນຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມ. (3) ສຳລັບຜູ້ໂດຍສານທີ່ເດີນທາງເຂົ້າ ສ ປປ ລາວ ເປັນລັກສະນະປະຈຳຜ່ານດ່ານພາສີຊາຍແດນ ລວມທັງດ່ານສະໜາມບິນສາກົນ ແມ່ນບໍ່ໄດ້ຮັບການຍົກເວັ້ນເຄື່ອງຂອງຕິດຕົວຜູ້ໂດຍສານໃນມູນຄ່າ 50 ໂດລາ ສະຫະລັດ ແລະ ຈະຖືກຄິດໄລ່ເກັບອາກອນມູນຄ່າເພີ່ມຕາມມູນຄ່າຕົວຈິງທີ່ມີ ການນຳເຂົ້າ. (4) ພື້ນຖານ ແລະ ວິທີຄິດໄລ່ອາກອນມູນຄ່າເພີ່ມແມ່ນໃຫ້ກໍານົດເອົາມູນຄ່າຊື້-ຂາຍເຄື່ອງຂອງຢູ່ປະເທດຕົ້ນທາງທີ່ບໍ່ລວມອາກອນມູນຄ່າເພີ່ມ (VAT) ເຊິ່ງມີມູນຄ່າເກີນ 50 ໂດລາສະຫະລັດ (ຫລືທຽບເທົ່າສະກຸນເງິນກີບ ຫລືສະກຸນເງິນອື່ນຕາມອັດຕາແລກປ່ຽນທະນາຄານ) ຕໍ່ຄົນຕໍ່ຄັ້ງ. ວິທີຄິດໄລ່ອາກອນມູນຄ່າເພີ່ມແມ່ນໃຫ້ຖືເອົາພື້ນ ຖານຄິດໄລ່ທີ່ລະບຸໄວ້ໃນຂ້າງເທິງຂອງຂໍ້ 4 ນີ້ແລ້ວຄູນ (x) ກັບອັດຕາອາກອນມູນຄ່າເພີ່ມ 10%. (5) ການປະເມີນມູນຄ່າການນຳເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານໃນກໍລະນີຜູ້ໂດຍສານມີໃບເກັບເງິນບໍ່ຄົບຖ້ວນ ຫລື ໃບເກັບເງິນບໍ່ຊັດເຈນ ຫລື ບໍ່ມີ ເຈົ້າໜ້າທີ່ພາສີມີສິດປະເມີນມູນຄ່າເຄື່ອງຂອງດັ່ງກ່າວໃຫ້ແທດເໝາະກັບຄວາມເປັນຈິງເພື່ອເປັນພື້ນຖານຄິດໄລ່ໃນການຈັດເກັບອາກອນມູນຄ່າເພີ່ມ. (6) ມອບໃຫ້ກົມພາສີກຳນົດບູລິມະສິດບັນດາດ່ານພາສີຊາຍແດນທີ່ມີເງື່ອນໄຂໃນການຈັດຕັ້ງປະຕິບັດ, ອອກຄຳແນະນຳທາງດ້ານວິຊາການລະອຽດກ່ຽວກັບຂັ້ນຕອນ, ວິທີການ, ກຳນົດແບບພິມໃບແຈ້ງກົນໄກການມອບເງິນ ແລະ ເຜີຍແຜ່ແນະນຳໃຫ້ພະນັກງານ, ເຈົ້າໜ້າທີ່ພາສີ, ບຸກຄົນ ແລະ ນິຕິບຸກຄົນ ຫລື ການຈັດຕັ້ງໃນສັງຄົມຮັບຊາບຢ່າງທົ່ວເຖິງ ແລະ ພ້ອມທັງມີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນຜົນລາຍງານຕໍ່ກະຊວງການເງິນເປັນແຕ່ລະໄລຍະ ເພື່ອຈັດຕັ້ງປະຕິບັດຕາມຂໍ້ກຳນົດສະບັບນີ້ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.   

No comments:

Post a Comment