Ad

Ad

1 September 2016

ເຜີຍແຜ່ຜົນການສຳຫຼວດສະພາບການດຳເນີນທຸລະກິດໃໝ່ໃນລາວ

          ວັນທີ 31 ສິງຫານີ້, ໂຄງການສະໜັບສະໜູນການພັດທະນາທຸລະກິດໃນລຸ່ມແມ່ນ້ຳຂອງປະຈຳລາວ ( Mekong Biz )ຮ່ວມກັບໂຄງການສະໜັບສະໜູນຜູ້ປະກອບການກິດຈະການໃໝ່ ແລະ ເຄື່ອຂາຍນັກລົງທຶນສ່ວນບຸກຄົນ ( Angel investor ), ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະຖານທູດອົດສະຕຣາລີປະຈຳລາວໄດ້ຈັດກອງປະຊຸມເຜີຍແຜ່ຜົນການສຳຫຼວດສະພາບການດຳເນີນທຸລະກິດຂອງຜູ້ປະກອບກິດຈະກິດໃໝ່ໃນລາວຂຶ້ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສຽວສະຫວາດ ສະແຫວງ ສຶກສາ ຮອງລັດເຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຈອນວິນລ່ຽມ ເອກອັກຄະລາຊະທູດອົດສະຕຣາລີປະຈຳລາວ, ພ້ອມດວ້ຍຜູ້ຕ່າງໜ້າໂຄງການ ແລະ ຜູ້ປະກອບກິດຈະການໃໝ່ເຂົ້າຮ່ວມເປັນຈຳນວນຫຼາຍ.


          ໂຄງການສະໜັບສະໜູນຜູ້ປະກອບການກິດຈະການໃໝ່ ແລະ ເຄື່ອຂາຍນັກລົງທຶນສ່ວນບຸກ ຄົນລາຍງານໃຫ້ຮູ້ວ່າ: ການສຳຫຼວດສະພາບການດຳເນີນທຸລະກິດຂອງຂອງຜູ້ປະກອບກິດຈະການໃໝ່ຄັ້ງນີ້ເປັນຄັ້ງທຳອິດທີ່ດຳເນີນຢູ່ລາວ ແລະ ເປັນການສຳຫຼວດຕົວຈິງກັບບັນດາເອື້ອຍ, ອ້າຍ, ນ້ອງໃນວົງການຜູ້ປະກອບກິດຈະການໃໝ່ເພື່ອສ້າງຄວາມເຂົ້າໃຈທີ່ເລິກເຊິງກ່ຽວກັບບັນຫາ, ຄວາມທ້າທາຍ ແລະ ຄຳແນະນຳຕ່າງໆໃນການແກ້ໄຂຜ່ອນຜັນບັນຫາ ແລະ ສິ່ງທ້າທາຍຕ່າງໆຂອງຜູ້ປະກອບກິດຈະການໃໝ່, ໂດຍຜ່ານແຜ່ນງານລິເລີ່ມຂອງໂຄງການສະໜັບສະໜູນການພັດທະນາທຸລະກິດໃນລຸ່ມແມ່ນ້ຳຂອງປະຈຳລາວ, ພ້ອມກັບການຮ່ວມມືກັບທະນາຄານພັດທະນາອາຊີ ແລະ ສະຖານທູດອົດສະຕຣາລີ, ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບກິດຈະການໃໝ່ສາມາດເພີ່ມຄວາມຮັບຮູ້ ແລະ ສ້າງເຄືອຂ່າຍເພື່ອພັດທະນາທຸລະກິດ ແລະ ແນວຄວາມຄິດຂອງເຂົາເຈົ້າ ແລະ ເຊື່ອວ່າຜົນຂອງການສຳຫຼວດໃນຄັ້ງນີ້ຈະໃຫ້ຜົນປະໂຫຍດຫຼາຍໆຢ່າງແກ່ຜູ້ປະກອບກິດຈະກິດໃໝ່ໃນການດຳເນີນທຸລະກິດທີ່ດີ ແລະ ປາສະຈາກຄວາມສ່ຽງ.

No comments:

Post a Comment