Ad

Ad

1 September 2016

ມະຫາກຳສີມືຫັດຖະກຳລາວປີ 2016 ຈະຈັດຂື້ນທີ່ສູນການຄ້າລາວໄອເຕັກ


        ວັນທີ 31 ສິງຫານີ້, ທ່ານ ຫານສະນະ ສີສານ ປະທານສະມາຄົນຫັດຖະກຳລາວໄດ້ຖະແຫຼ່ງຕໍ່ສືມວນຊົນຢູ່ສະມາຄົມນັກຂ່າວແຫ່ງປະເທດລາວວ່າ: ງານມະຫາກຳສີມືຫັດຖະກຳ ລາວປະຈຳປີ 2016 ຈະຈັດຂື້ນໃນວັນທີ 26 ຕຸລາ - 1 ພະຈິກ ທີ່ຈະມາເຖິງນີ້, ທີ່ສູນການຄ້າລາວໄອເຕັກ, ເປັນພິເສດກວ່າທຸກໆປີຜ່ານມາ, ເພື່ອສະເຫຼີມສະຫຼອງຄົບຮອບ 15 ປີແຫ່ງການຈັດງານສີມືຫັດຖະກຳລາວ, ໂດຍຈະເປີດກວ້າງໃຫ້ຊາວຊ່າງຫັດຖະກຳໃນທົ່ວປະເທດໄດ້ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຂອງເຂົາເຈົ້າ, ພ້ອມມີຫຼາຍໆກິດຈະກຳຄື: ການວາງສະແດງ ແລະ ຂາຍສິນຄ້າຫັດຖະກຳທີ່ເປັນຫົວຄິດປະດິດສ້າງຂອງຄົນລາວ, ປະເທດໃກ້ຄຽງ, ການສະແດງສີລະປະດົນຕີ, ຍ່າງແບບຊຸດບັນດາເຜົ່າ, ສາທິດການຜະລິດຫັດຖະກຳປະເພດຕ່າງໆ, ການແຂ່ງຂັນຜະລິດຕະພັນດີເດັ່ນ ແລະ ສິ່ງສຳຄັນ ແມ່ນຈະຈັດໃຫ້ມີການສຳມະນາໃນຫົວຂ້ໍຕ່າງໆທີ່ເປັນຄວາມຮູ້ໃຫ້ແກ່ຊາວຊ່າງຫັດຖະກຳ,ດັ່ງນັ້ນຈຶ່ງຂໍເຊີນຊວນທຸກຄົນຜູ້ທີ່ມີຄວາມສົນໃຈເຂົ້າໄປຮ່ວມຊົມໄດ້,ເພື່ອເປັນການຊຸກຍູ້ສົ່ງເສີມສີມືຫັດຖະກຳລາວໃຫ້ຍືນຍົງຄົງຢູ່ຄູ່ຄົນລາວຕະລອດໄປ.

          ປະທານສະມາຄົນຫັດຖະກຳກ່າວວ່າ: ນອກຈາກງານມະຫາກຳສີມືຫັດຖະກຳແລ້ວສະມາຄົມ ຂອງຕົນຍັງໄດ້ຮັບມອບໝາຍໃຫ້ຈັດງານວາງສະແດງສິນຄ້າຫັດຖະກຳຂອງລາວໃນໄລຍະຈັດກອງປະຊຸມສຸດຍອດອາຊຽນນີ້ໃຫ້ບັນດາປາມຸດລັດ ແລະ ແຂກຕ່າງປະເທດທີ່ມາເຂົ້າ ຮ່ວມກອງປະຊຸມດັ່ງກ່າວໄດ້ເບິ່ງໄດ້ຊົມສືໄມ້ລາຍມືຂອງ ຄົນລາວ,ຊຶ່ງເປັນສິ່ງທີ່ໜ້າພູມໃຈຫຼາຍທີ່ຫັດຖະກຳຂອງລາວຈະເປັນທີ່ຮັບຮູ້ຈາກປະເທດຕ່າງໆໃນອາຊຽນ,ກໍຄືສາກົນ ແລະ ເຊື່ອວ່າຈະຊ່ວຍເພີ່ມມູນຄ່າໃຫ້ຫັດ ຖະກຳຂອງລາວໄດ້ ເປັນຢ່າງດີ.

No comments:

Post a Comment