Ad

Ad

1 September 2016

ນໍ້າປະປາມີຄວາມພ້ອມເຕັມຮ້ອຍສະໜອງນໍ້າຮັບໃຊ້ກອງປະຊຸມສຸດຍອດອາຊຽນ


          ບ່າຍວັນທີ 31 ສິງຫານີ້, ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ອໍາ ນວຍການລັດວິສາຫະກິດນໍ້າປະປານະຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ລັດວິສາຫະກິດນໍ້າປະປາແມ່ນໜ່ວຍງານໜຶ່ງຢູ່ໃນອານຸກໍາມະການປະດັບປະດາຕົວເມືອງ ເພື່ອກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມປີ່ນອ້ອມອື່ນໆທີ່ ສ ປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນຕົ້ນເດືອນກັນຍານີ້. ໂດຍພາຍຫລັງ ໄດ້ຮັບການຊີ້ນໍາຈາກລັດຖະບານ ກໍຄືອົງການປົກຄອງນະຄອນຫລວງວຽງຈັນ ຂະແໜງການຕົນກໍໄດ້ແຕ່ງຕັ້ງຫລາຍຈຸງານຂຶ້ນມາຮັບພິຊອບວຽກງານຕ່າງໆ ເປັນຕົ້ນ: ຕິດຕາມກວດກາຄຸນນະພາບນໍ້າໃຫ້ມີຄວາມສະອາດປອດໄພດີ, ກວດກາ, ສ້ອມ ແປງລະບົບທໍ່ສົ່ງນໍ້າໄປສະຖານທີ່ສໍາຄັນ ເຊັ່ນ: ສະຖານທີ່ຈັດກອງປະຊຸມ, ໂຮງແຮມ ແລະ ທີ່ພັກຂອງຄະນະຜູ້ແທນ ລວມເຖິງສະຖານທີ່ສໍາຄັນອື່ນໆ. ນອກຈາກນີ້, ຍັງໄດ້ກະກຽມລົດນໍ້າຈໍານວນ 2 ຄັນທີ່ສາມາດບັນຈຸບໍລິມາດນໍ້າໄດ້ເຖິງ 6 ພັນແມັດກ້ອນສໍາຮອງໄວ້ຮັບໃຊ້ໃນກໍລະນີສຸກເສີນ ແລະ ເລີ່ມແຕ່ວັນທີ 1-10 ກັນຍານີ້ແມ່ນຈະໃຫ້ທຸກຈຸງານທີ່ຖືກແຕ່ງຕັ້ງເຂົ້າປະຈໍາການຕາມແຕ່ລະຈຸດເພື່ອຮັບປະ ກັນໃຫ້ການສະໜອງນໍ້າໃນໄລຍະດໍາເນີນກອງປະຊຸມຄັ້ງສໍາຄັນນີ້ໄດ້ພຽງພໍກັບການຊົມໃຊ້ເປັນຢ່າງດີ.
             ທ່ານອໍານວຍການນໍ້າປະປານະຄອນຫລວງ ກ່າວວ່າ: ປັດຈຸບັນຢູ່ນະຄອນຫລວງວຽງຈັນມີໂຮງງານຜະລິດນໍ້າປະປາທັງໝົດ 4 ແຫ່ງ,ໃນນີ້ສອງແຫ່ງຄື: ໂຮງງານຈີນາຍໂມ້ ແລະ ເກົ້າລ້ຽວແມ່ນດູດເອົານໍ້າຂອງມາຜະລິດ, ສ່ວນໂຮງງານດົງບັງ ແລະ ດົງໝາກຄາຍແມ່ນເອົານໍ້າງື່ມມາຜະລິດ, ໂດຍມີກໍາລັງການຜະລິດທັງໝົດ 280.000 ແມັດກ້ອນຕໍ່ມື້. ດັ່ງນັ້ນ, ມາຮອດປັດຈຸບັນລັດວິສາ
ຫະກິດນໍ້າປະປາແມ່ນມີຄວາມພ້ອມເຕັມຮ້ອຍແລ້ວໃນການສະໜອງນໍ້າເພື່ອປະກອບສ່ວນຮັບໃຊ້ກອງປະຊຸມສຸດຍອດຄັ້ງສໍາຄັນໃຫ້ມີຜົນສໍາເລັດຈົບງາມ.


No comments:

Post a Comment