Ad

Ad

1 September 2016

ສາທາກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ

           ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ ລະນະສຸກໃຫ້ສຳພາດຕໍ່ນັກຂ່າວພວກເຮົາໃນວັນທີ 30 ສິງຫານີ້ວ່າ: ກະຊວງພວກເຮົາເປັນພາກສ່ວນໜຶ່ງທີ່ຖືກມອບໜມາຍໜ້າທີໃຫ້ຮັບໃຊ້ແກ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 28- 29 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບ ແລະ ຈະຈັດຂື້ນໃນໄວໆນີ້, ,ຊຶ່ີງເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນຂອງຊາດ, ຊຶ່ງຂະແໜງການສາທາລະ ນະສຸກ ໄດ້ຮັບມອບຫມາຍໃນການຮັບປະກັນຄວາມປອດໄພດ້ານສຸຂະພາບຂອງຄະນະຜູ້ແທນກໍຄືຜູ້ທີ່ມາຮ່ວມກອງປະຊຸມສຳຄັນນີ້ໃຫ້ດີ ທີ່ສຸດ, ໂດຍໄດ້ເນັ້ນໃສ່ການປ້ອງກັນພະຍາດໄຂ້ເລືອດອອກ, ໄວລັດຕັບອັກເສບ A, ໄຂ້ຫວັດຕາມລະດູການ ແລະ ອາຫານການກິນໃຫ້ມີຄວາມສະອາດປອດໄພ, ຊຶ່ງຕະຫຼອດໄລຍະກອງປະຊຸມພາກສ່ວນກ່ຽວຂ້ອງຈະເອົາໃຈໃສ່ລົງຕິດຕາມກວດກາ ແລະ ທຳລາຍແຫຼ່ງເພາະພັນຂອງຍຸງລາຍ
ໃນບໍລິເວນຫໍປະຊຸມ  ແລະ ເຮືອນພັກຂອງຄະນະຜູ້ແທນ, ພ້ອມທັງເຮັດວຽກຮັກ ສາຄວາມສະອາດຂອງສະພາບແວດລ້ອມໃນບໍລິເວນດັ່ງກ່າວຕາມຫຼັກການອະນາໄມ 3 ສະອາດ, ພ້ອມດຽວກັນກໍຈະໄດ້ປຸກລະດົມປະຊາຊົນເຂດໃກ້ຄຽງສ້າງຂະບວນການທຳລາຍແຫຼ່ງເພາະພັນຂອງຍຸງລາຍ ແລະ ເອົາໃຈໃສ່ວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດຕ່າງໆດ້ວຍການປະ ຕິບັດຫຼັກສຸຂະອະນາໄມໃຫ້ດີ, ເພື່ອຮັບປະກັນສຸຂະພາບຂອງຄະນະຜູ້ແທນ ກໍຄືຕົວຂອງເຂົາເຈົ້າເອງ, ພ້ອມນັ້ນກໍໄດ້ສົ່ງທີມງານຂອງຕົນຈຳນວນ 200 ກວ່າຄົນ ແລະ ລົດຮັບສົ່ງຄົນເຈັບສຸກເສີນ 20 ຄັນລົງປະຈຳ ການຢູ່ທີ່ຫໍປະຊຸມ ,ເຮືອນພັກຜູ້ແທນ ແລະ ຈຸດຕ່າງໆເພື່ອໃຫ້ບໍລິການດ້ານສຸຂະພາບແກ່ຄະນະຜູ້ແທນ, ເຊັ່ນ: ການກວດກາ ອາຫານການກິນຕ່າງໆຂອງຄະນະຜູ້ແທນໃຫ້ຮັບປະກັນຄວາມສະອາດປອດໄພ, ຮັບປະກັນບໍ່ໃຫ້ມີເຫດການສຸກເສີນໃດໆເກີດຂຶ້ນ, ແຕ່ເຖິງຢ່າງໃດກໍຂໍຮຽກໃຫ້ປະຊາຊົນ, ກໍຄືຊາວນະ ຄອນຫຼວງວຽງຈັນ, ຈົ່ງພ້ອມກັນເອົາໃຈໃສ່ສະກັດກັ້ນໄຂ້ເລືອດອອກດ້ວຍການປະຕິບັດຕາມຄຳຂວັນ 5 ປ ທີ່ກະຊວງສາທາວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາສະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່, 2 ປ່ຽນນ້ຳໃນພາສະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖານຮອງຈອກນ້ຳ. 3 ປ່ອຍປາ ຫາງນົກຍົກເພື່ອກິນໜອນນ້ຳ, 4 ປັບປຸງສິ່ງແວດລ້ອມອອ້ມເຮືອນບໍ່ໃຫ້ມີກະ ໂປະ, ກະປ່ອງ, ຢາງຕີນລົດເກົ່າທີມີນ້ຳຂັງ, 5 ປະຕິບັດໃຫ້ເປັນນິດໃສປະຈຳທຸກໆອາທິດ, ຖ້າເປັນໄຂ້ໃຫ້ໄປພົບແພດໝໍ.

          ທ່ານຮອງຫົວໜ້າກົມກ່າວ່າ: ນອກຈາກກະກຽມໃຫ້ແກ່ການຮັບໃຊ້ກອງປະຊຸມແລ້ວ ປັດຈຸບັນພາກສ່ວນກ່ຽວຂ້ອງຂອງຕົນຍັງໄດ້ເຝົ້າລະວັງພະຍາດຕາມລະດູການຢ່າງໃກ້ຊິດ, ເພື່ອກຽມພ້ອມເຕືອນໃຫ້ປະຊາຊົນຮັບຮູ້ໃນເມື່ອມີການລະບາດຂອງພະຍາດໃດໜຶ່ງເກີດຂື້ນ, ເພື່ອຕອບໂຕ້ໄດ້ທັນເວລາ.

No comments:

Post a Comment