Ad

Ad

1 September 2016

ສະຖາບັນການຕ່າງປະເທດຫລັງໃໝ່ ຈະສ້າງສຳເລັດໃນທ້າຍປີ 2018

          ວັນທີ 31 ສິງຫານີ້, ກະຊວງການຕ່າງປະເທດ ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງຫ້ອງ ການສະຖາບັນການຕ່າງປະເທດຫລັງໃໝ່, ຢູ່ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນ ຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະ ຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍບໍລິສັດຮັບເໝົາກໍ່ສ້າງ.

          ທ່ານ ບຸນເຫລືອ ພັນດານຸວົງ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ສະຖາບັນການຕ່າງປະເທດຫລັງເກົ່າມີຊື່ວ່າ: ໂຮງຮຽນການພົວພັນຕ່າງປະເທດ, ຊຶ່ງໄດ້ຮັບທຶນຊ່ວຍເຫລືອລ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ ເພື່ອບຳລຸງພາສາອັງກິດໃຫ້ແກ່ພະນັກງານກະຊວງຕ່າງໆ
ແລະ ບັນດາຂະແໜງການທີ່ເຮັດວຽກພົວພັນກັບຕ່າງປະເທດ ແລະ ອາຄານສະຖາບັນການຕ່າງປະເທດຫລັງໃໝ່ນີ້, ຊຶ່ງແມ່ນບໍລິສັດ ຈິດຈະເລີນ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ, ມີມູນຄ່າການກໍ່ສ້າງທັງໝົດ 23 ຕື້ກວ່າກີບ, ເປັນອາຄານ 3 ຊັ້ນ, ມີຫ້ອງເຮັດວຽກ 8 ຫ້ອງ, ຫ້ອງຝຶກອົບຮົມ 8 ຫ້ອງ, ຫ້ອງປະຊຸມ 2 ຫ້ອງ, ຫ້ອງຄອມພິວເຕີ 1 ຫ້ອງ, ຫ້ອງຮັບແຂກ, ສ້າງມ້ຽນເຄື່ອງ ແລະ ຫ້ອງຟັງສຽງ, ຊຶ່ງເປັນອາຄານທັນສະໄໝມີລະບົບໄຟຟ້າ, ນ້ຳປະປາ, ປ້ອງກັນອັກຄີໄພ, ລະບົບເຄເບີ້ນ ແລະ ເນັດເວີກ, ໂດຍຈະສ້າງໃຫ້ສຳເລັດພາຍໃນທ້າຍປີ 2018ນີ້ ແລະ ຍັງຈະສືບຕໍ່ສ້າງອາຄານຫໍພັກ, ອາຄານຫ້ອງອາຫານ, ຫ້ອງນ້ຳ, ສະຖານທີ່ຈອດລົດ ແລະ ເດີ່ນກິລາ ມີມູນຄ່າ 36 ລ້ານກວ່າກີບ ເພື່ອອຳນວຍຄວາມສະດວກໃຫ້ແກ່ສະຖາບັນການຕ່າງປະເທດ ໄດ້ດຳເນີນວຽກງານຕາມພາລະບົດບາດຂອງຕົນຢ່າງມີປະສິດທິພາບ. 

No comments:

Post a Comment