Ad

Ad

1 September 2016

ກອງປະຊຸມປະຊາຄົມວັດທະນະທໍາ-ສັງຄົມອາຊຽນຄັ້ງທີ 16 ໄຂຂຶ້ນຢ່າງເປັນທາງການທີ່ນະ ຄອນຫລວງວຽງຈັນ

          ກອງປະຊຸມສະພາປະຊາຄົມວັດທະນາທໍາ-ສັງຄົມອາຊຽນຄັ້ງທີ 16 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 31 ສິງຫານີ້, ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າ ຮ່ວມ ແລະ ກ່າວເປີດກອງປະຊຸມຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດ, ມີບັນດາລັດຖະມົນຕີວັດທະນາທໍາ-ສັງຄົມຈາກ 10 ປະເທດອາຊຽນ, ມີທ່ານຮອງເລຂາ
ທິການໃຫຍ່ອາຊຽນ, ພ້ອມດ້ວຍຜູ້ແທນຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈໍານວນຫລາຍ.
             ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ອາຊຽນເປັນພາກພື້ນທີ່ມີຄວາມຫລາກຫລາຍ, ແຕ່ຄວາມຫລາກຫລາຍຕ່າງໆເຫລົ່ານັ້ນບໍ່ແມ່ນສິ່ງກີດຂວາງຂອງການ
ເປັນອັນໜຶ່ງອັນດຽວ ແລະ ຮ່ວມມືກັນຂອງບັນດາປະເທດອາຊຽນພວກເຮົາ, ອັນໄດ້ເຮັດໃຫ້ອາຊຽນເປັນພາກພື້ນທີ່ມີສັນຕິພາບ, ສະຖຽນລະພາບ, ເສດຖະກິດຂະຫຍາຍຕົວເຂັ້ມແຂງ ແລະ ປະຊາຊົນຂອງບັນດາປະເທດອາຊຽນພວກເຮົາມີຄວາມເຊື່ອມໂຍງ, ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຫລາຍຂຶ້ນ ແລະ ໄປມາຫາສູ່ກັນນັບມື້ຫລາຍຂຶ້ນ. ແຕ່ແນວໃດກໍຕາມ, ໃນຕໍ່ໜ້າພາກພື້ນອາຊຽນພວກເຮົາຍັງຈະສືບຕໍ່ປະເຊີນກັບບັນດາສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ: ການກໍ່ການຮ້າຍ, ການລະບາດຂອງພະຍາດ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ມົນລະພິດຕ່າງໆ ແລະ  ໄພພິບັດທາງທໍາມະຊາດອື່ນໆ ເຊັ່ນ: ໄພນໍ້າຖ້ວມ, ແຜ່ນດິນໄຫວ ອັນໄດ້ສ້າງຄວາມເສຍຫາຍໃຫຍ່ຫລວງຕໍ່ຊີວິດ, ຊັບສີນ ແລະ ວັດຖຸບູຮານສະຖານທີ່ເປັນມໍລະດົກທາງດ້ານວັດທະນາທໍາອັນລໍ້າຄ່າທີ່ນັບຄ່າບໍ່ໄດ້. ເຖິງຢ່າງໃດກໍດີ ໃນທ່າມກາງທີ່ອາຊຽນພວມສຸມຄວາມພະຍາຍາມເຂົ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນ, ຊຶ່ງເປັນເຂັມທິດເຍືອງທາງເພື່ອຊ່ວຍໃຫ້ປະຊາຄົມອາຊຽນມີຄວາມເຂັ້ມແຂງ ແລະ ຈະເລີນໃນຕໍ່ໜ້າ, ຂະນະດຽວກັນ ການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມວັດທະນາທໍາ-ສັງຄົມອາຊຽນແມ່ນມີຄວາມຄືບໜ້າເປັນກ້າວໆ ໂດຍສະເພາະເກືອບທຸກຂະແໜງການກ່ຽວຂ້ອງພາຍໃຕ້ເສົາຄໍ້າປະຊາຄົມວັດທະນາທໍາ-ສັງ ຄົມອາຊຽນ ແມ່ນໄດ້ສໍາເລັດການສ້າງແຜນງານຂອງຕົນສໍາລັບໄລຍະ 2016-2020 ໂດຍສອດ ຄ່ອງກັບແຜນແມ່ບົດປະຊາຄົມວັດທະນາທໍາ-ສັງຄົມອາຊຽນ ແລະ ຜົນສໍາເລັດຂອງກອງປະຊຸມສະ ພາປະຊາຄົມວັດທະນາທໍາ-ສັງຄົມອາຊຽນຄັ້ງທີ 15 ທີ່ຈັດຂຶ້ນໃນຕົ້ນເດືອນມິຖຸນາ 2016 ຜ່ານມານີ້ທີ່ແຂວງຫລວງພະບາງ ແລະ ກອງປະຊຸມຄັ້ງທີ 16 ນີ້ແມ່ນຄວາມໝາຍໝັ້ນສໍາຄັນຂອງບັນດາລັດຖະ ມົນຕີວັດທະນາທໍາ-ສັງຄົມອາຊຽນ ທີ່ໄດ້ພ້ອມກັນພິຈາລະນາບັນດາເອກະສານສໍາຄັນຕ່າງໆ ເພື່ອສະເໜີໃຫ້ບັນດາຜູ້ນໍາອາຊຽນພິຈາລະນາຮັບຮອງ ແລະ ລົງນາມໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້. ຂ້າພະເຈົ້າເຊື່ອໝັ້ນວ່າ: ເສົາຄໍ້າປະຊາຄົມວັດ
ທະນະທໍາ-ສັງຄົມອາຊຽນ ຈະສາມາດຫັນເອົາຄວາມທ້າທາຍກາຍມາເປັນໂອກາດໃຫ້ແກ່ການພັດທະນາ, ຫັນເອົາຄວາມຫລາກຫລາຍໃຫ້ກາຍເປັນປະຊາຄົມໜຶ່ງດຽວ ແລະ ຫັນເອົາຄວາມແຕກຕ່າງທາງດ້ານວັດທະນາທໍາ, ປະເພນີ ໃຫ້ກາຍເປັນຄວາມອຸດົມສົມບູນ ແລະ ໂອບເອື້ອອາລີຂອງປະຊາຊາດພວກເຮົາ.

          ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ບໍ່ແສງຄໍາ ວົງດາລາ ໃນນາມຂະແໜງເຈົ້າພາບກໍໄດ້ມີຄໍາເຫັນຕ້ອນຮັບແຂກຜູ້ມາຮ່ວມປະຊຸມດັ່ງກ່າວວ່າ: ປະຊາຄົມວັດທະນາທໍາ-ສັງຄົມ ແມ່ນໜຶ່ງໃນສາມເສົ້າຄໍ້າຂອງອາຊຽນ, ຊຶ່ງອາຊຽນແມ່ນພາກພື້ນໜຶ່ງທີ່ມີຄວາມຫລາກຫລາຍທາງດ້ານວັດທະນາທໍາ, ພາສາ ແລະ ຮີດຄອງປະເພນີແຕກຕ່າງກັນ, ແຕ່ປະ ຊາຊົນອາຊຽນພວກເຮົາກໍສາມາດຢູ່ຮ່ວມກັນຢ່າງມີຄວາມສຸກ, ມີຄວາມສາມັກຄີ ແລະ ຮ່ວມກັນສົ່ງເສີມວັດທະນາທໍາ, ຮີດຄອງປະເພນີຂອງຕົນບົນພື້ນຖານຄວາມຫລາກຫລາຍແຕ່ເປັນເອກະພາບໜຶ່ງດຽວ. 

No comments:

Post a Comment