Ad

Ad

2 September 2016

ໄຟໄໝ້ເຮືອນປະຊາຊົນບ້ານໜອງສ້າງທໍ່ເສຍຫາຍຫລາຍກວ່າ 150 ລ້ານກີບ

          ເຈົ້າໜ້າທີ່ມອດໄຟ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 21:15 ໂມງຂອງວັນທີ 31 ສິງຫານີ້, ໄດ້ເກີດເຫດໄຟໄໝ້ເຮືອນຫລັງໜຶ່ງ, ຢູ່ບ້ານໜອງສ້າງທໍ່, ເມືອງໄຊເສດຖານະຄອນ ຫລວງວຽງຈັນ, ຊຶ່ງເປັນເຮືອນກໍ່ 2 ຊັ້ນ, ໄດ້ຮັບຄວາມເສຍຫາຍຫລາຍກວ່າ 150 ລ້ານກີບ, ສາເຫດທີ່ ພາໃຫ້ເກີດໄຟໄໝ້ຄັ້ງນີ້, ເຈົ້າຂອງເຮືອນໄດ້ຮັບສາລະພາບວ່າ: ຍ້ອນຕົນເອງໄດ້ສຽບປັກສາຍ ສາກໂທລະສັບປະໄວ້ໃນຫ້ອງເຮັດວຽກ ຢູ່ຊັ້ນ 2 ຈາກນັ້ນ ໄດ້ເກີດສຽງແຕກ ແລ້ວໄຟໄດ້ລຸກລາມໄປຢ່າງໄວວາທົ່ວຊັ້ນສອງ, ສ່ວນຊັ້ນລຸ່ມໄດ້ຮັບຄວາມເສຍ ຫາຍຈຳນວນໜຶ່ງ.
          ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ເວລາ 11:00 ໂມງຂອງວັນດຽວກັນ, ກໍເກີດໄຟໄໝ້ເຮືອນ ປະຊາຊົນຢູ່ບ້ານດອນປ່າໃໝ່, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ເຊິ່ງເປັນ ເຮືອນວິລາສອງຊັ້ນ, ສ່ວນສາເຫດ ແລະ ມູນຄ່າເສຍຫາຍ ເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ.


No comments:

Post a Comment