Ad

Ad

31 August 2016

3 ບໍລິສັດລົດໃຫຍ່ສະໜັບສະໜູນລົດ BMW ຈຳນວນ 60 ຄັນໃຫ້ລັດຖະບານຢືມຮັບໃຊ້ກອງປະຊຸມສຸດຍອດອາຊຽນ

          ກຸ່ມບໍລິສັດ ໂຄລາວ, ບໍລິສັດ ລ້ານຊ້າງ ຂາເຂົ້າ-ຂາອອກ ຈຳກັດ (ພຣີມຽມໂອ ໂຕລາວ) ຕົວແທນ ແລະ ຈຳໜ່າຍລົດ BMW ຢ່າງເປັນທາງການໃນລາວ ຮ່ວມກັບ ບໍລິສັດ BMW ປະຈຳພາກພື້ນອາຊີ, ໄດ້ສະໜັບສະໜູນລົດ BMW ຈຳນວນ 60 ຄັນໃຫ້ລັດຖະບານລາວ ຢືມນຳໃຊ້ເຂົ້າໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ, ຊຶ່ງພິທີມອບ-ຮັບລົດຈຳນວນດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 30 ສິງຫານີ້ ທີ່ຫ້ອງວ່າການນາຍົກລັດຖະມົນຕີ, ລະຫວ່າງທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການດັ່ງກ່າວ ແລະ ທ່ານ ຄຳຂັນ ນະພາວົງ ປະທານຜູ້ບໍລິຫານກຸ່ມບໍລິສັດ ໂຄລາວ, ໂດຍການເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ແອັກໂຊ ເພນສ໌ ອຳນວຍການຜູ້ຈັດການກຸ່ມບໍລິສັດ BMW ປະຈຳພາກພື້ນອາຊີເຂົ້າຮ່ວມນຳດ້ວຍ.

          ໃນໂອກາດນີ້ ທ່ານຮອງລັດຖະມົນຕີ, ກໍໄດ້ກ່າວຂອບໃຈມາຍັງບໍລິສັດ ທີ່ໄດ້ສະໜັບສະໜູນລົດຈຳນວນດັ່ງກ່າວໃຫ້ກັບລັດຖະບານລາວ ເພື່ອນຳໃຊ້ເຂົ້າການເປັນເຈົ້າພາບຈັດໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້, ໂດຍບໍ່ໄດ້ຮຽກຄ່າຕອບແທນໃດໆ, ຊຶ່ງ ເປັນການປະກອບສ່ວນຢ່າງໃຫຍ່ຫລວງ ແລະ ມີຄວາມໝາຍຄວາມສຳຄັນທີ່ສຸດສຳລັບລັດຖະບານລາວ ເພື່ອອຳນວຍຄວາມສະດວກໃຫ້ການເປັນເຈົ້າພາບຈັດກອງປະຊຸມຄັ້ງສຳຄັນນີ້ບັນລຸຜົນສຳເລັດອັນຈົບງາມ, ນອກນີ້ ພະນັກ ງານຂອງບໍລິສັດດັ່ງກ່າວ ຍັງໄດ້ຝຶກອົບຮົມວິທີນຳໃຊ້ລົດໃຫ້ພະນັກງານຂັບລົດຂອງການນຳລາວເຮົາອີກດ້ວຍ.

          ທ່ານຜູ້ອຳນວຍການກຸ່ມບໍລິສັດ BMW ປະຈຳພາກພື້ນອາຊີ ກ່າວວ່າ: ບໍລິສັດຂອງຕົນ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນສ່ວນໜຶ່ງໃນການຮັບໃຊ້ກອງປະຊຸມສຸດຍອດອາຊຽນ, ໃນການສະໜັບສະໜູນລົດ BMW ຈຳນວນ 60 ຄັນ, ໃນນັ້ນມີ 2 ປະເພດຄື: ຊີລີ 7 (The All New BMW 7Series) 40 ຄັນ ແລະ ຊີລີ 5 ແກຣນທົວລີດສະໂມ (BMW 5Series Gran Turismo) 20 ຄັນ, ໃຫ້ລັດຖະບານນຳໄປຮັບໃຊ້ໃນກອງປະຊຸມສຸດຍອດອາຊຽນທີ່ຈະມາເຖິງນີ້ໃຫ້ປະສົບຜົນສຳເລັດສູງສຸດ.

1 comment: