Ad

Ad

16 September 2016

ວັນເດີແລນທ່ອງທ່ຽວ ໄດ້ຮັບລາງວັນດີເດັ່ນປະຈຳປີ 2016


          ບໍລິສັດ ວັນເດີແລນທ່ອງທ່ຽວ ຈໍາກັດ, ໄດ້ຮັບລາງວັນການທ່ອງທ່ຽວຕ່າງປະເທດດີເດັ່ນປະ ຈຳປີ 2016 ຊຶ່ງເປັນ 1 ໃນ 7 ບໍລິສັດຈາກປະເທດລາວທີ່ໄດ້ຮັບລາງວັນດັ່ງກ່າວຢູ່ໃນງານວາງສະ ແດງທ່ອງທ່ຽວສາກົນຄັ້ງທີ 12 ປີ 2016 ທີ່ຈັດຂຶ້ນແຕ່ວັນທີ 7-10 ກັນຍານີ້ຢູ່ນະຄອນໂຮ່ຈີມິງ ສສ.ຫວຽດນາມ, ໂດຍການເຂົ້າຮ່ວມຂອງທ່ານ ຫງວຽນ ງ໋ອກ ຕ໋ຽນ ລັດຖະມົນຕີກະຊວງວັດທະນະທໍາກິລາ ແລະ ທ່ອງທ່ຽວຫວຽດນາມ, ພ້ອມດ້ວຍບັນດາປະເທດອາຊຽນ ແລະ ເອີຣົບເຂົ້າຮ່ວມເປັນຈໍານວນຫລາຍ.
            ງານວາງສະແດງດັ່ງກ່າວແມ່ນຈັດຂຶ້ນທຸກໆປີ, ເຊິ່ງມີຂະແໜງການກ່ຽວຂ້ອງຈາກປະເທດຄື: ລາວ, ຫວຽດນາມ, ໄທ, ກໍາປູເຈຍ ແລະ ມຽນມາ ຮ່ວມກັນຈັດຂຶ້ນເພື່ອແນໃສ່ສົ່ງເສີມການທ່ອງ ທ່ຽວ
ຂອງບັນດາປະເທດໃນອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ສົ່ງເສີມດ້ານຕະຫຼາດການທ່ອງທ່ຽວຂອງບັນດາປະເທດອາຊຽນ ແລະ ເອີຣົບອີກດ້ວຍ.
           ສໍາລັບການມອບລາງວັນດັ່ງກ່າວແມ່ນອົງການທ່ອງທ່ຽວແຫ່ງຊາດຫວຽດນາມຮ່ວມກັບພະແນກທ່ອງທ່ຽວນະຄອນໂຮ່ຈີ່ມິງຈັດຂຶ້ນ, ຊຶ່ງມີທັງໝົດ 8 ລາງວັນ, ໃນນັ້ນບໍລິສັດຈາກລາວໄດ້ຮັບເຖິງ 7 ລາງວັນ ແລະ ໜຶ່ງໃນນີ້ແມ່ນບໍລິສັດ ວັນເດີແລນ ທ່ອງທ່ຽວ ຈໍາກັດ ໄດ້ຮັບລາງວັນປະເພດການທ່ອງທ່ຽວຕ່າງປະເທດດີເດັ່ນປະຈຳປີ 2016.

            ບໍລິສັດ ທ່ອງທ່ຽວ ວັນເດີແລນ ຈຳກັດ, ສ້າງຕັ້ງຂຶ້ນໃນປີ 2006 ໃຫ້ບໍລິການທຸລະກິດທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ:.ເກົາຫຼີ, ມາເລເຊຍ, ສິງກະໂປ, ຈີນ, ຮົງກົງ, ໄທ, ຫວຽດນາມ, ກໍາປູເຈຍ ຍີ່ປຸ່ນ, ອົດສະຕຣາລີ ແລະ ເອີຣົບນໍາດ້ວຍ.

No comments:

Post a Comment