Ad

Ad

9 December 2016

ຈົ່ງເອົາໃຈໃສ່ຕອບໂຕ້ພະຍາດໂປລິໂອ

          ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ເຖິງວ່າພະຍາດໂປລິໂອໄດ້ຖືກປະກາດດັບສູນໄປແລ້ວເມື່ອປີ 2000, ແຕ່ປັດຈຸບັນກໍຍັງປະກົດມີພະຍາດດັ່ງກ່າວຢູ່, ເຖິງວ່າຈະມີຈຳນວນໜ້ອຍກໍຕາມ, ຕາມການລາຍງານຂອງໜ່ວຍເຝົ້າລະວັງພະຍາດໃຫ້ຮູ້ວ່າ: ໃນປີ 2016 ນີ້, ໄດ້ຄົ້ນພົບຜູ້ທີ່ເປັນພະຍາດລ່ອຍແຫຼວ ຫຼື ໂປລິໂອ 10 ຄົນຕາມເກມມາດຕະຖານຂອງລະບົບເຝົ້າລະວັງ, ແຕ່ເຖິງຢ່າງໃດກໍຕາມເພື່ອເປັນການສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ກັບຄືນມາແຜ່ລະບາດອີກ, ທັງເຮັດໃຫ້ຂະບວນການຢອດຢາ ແລະ ສັກຢາກັນພະຍາດໃນຂອບເຂດທົ່ວປະເທດບັນລຸຈຸດປະສົງ ແລະ ລະດັບຄາດໝາຍ, ໃນປີນີ້ລັດຖະບານໄດ້ອອກຄຳສັ່ງໃຫ້ເຈົ້າຄອງ, ເຈົ້າແຂວງ, ກະຊວງທີ່ກ່ຽວຂ້ອງ ແລະ ຄະນະກຳມາທິການເພື່ອແມ່ ແລະ ເດັກທຸກຂັ້ນ, ແນວໂຮມ, ຊາວໜຸ່ມ, ແມ່ຍິງ, ນາຍບ້ານ, ຕະຫຼອດຮອດປະຊາຊົນບັນດາເຜົ່າຈົ່ງເອົາໃຈໃສ່ຕອບໂຕ້ພະຍາດໂປລິໂອ
ແລະ ສົ່ງເສີມການຢອດຢາ-ສັກຢາກັນພະຍາດ,ໂດຍສະເພາະແມ່ນໃຫ້ເອົາໃຈໃສ່ໂຄສະນາສຸຂະສຶກສາໃຫ້ປະຊາຊົນຢ່າງເປັນປົກກະຕິເພື່ອໃຫ້ປະ ຊາຊົນເຂົ້າໃຈ ແລະ ເຂົ້າຮ່ວມຂະບວນການຢອດຢາ ແລະ ສັກຢາກັນພະຍາດໄດ້ເທົ່ວເຖິງໜ່ວຍເຝົ້າລະວັງພະຍາດໃຫ້ວ່າ: ພະຍາດໂປລິໂອເປັນພະຍາດເປ້ຍລ່ອຍແຫຼ່ວຂອງຮ່າຍກາຍ, ສ່ວນຫຼາຍມັກເກີດໃນເດັກນ້ອຍອາຍຸ 15 ປີລົງມາ, ເປັນພະຍາດທີ່ບໍ່ສາມາດປິ່ນປົວໄດ້, ແຕ່ສາມາດປ້ອງກັນໄດ້ດ້ວຍຢາວັກຊິນ, ພະຍາດດັ່ງກ່າວສາມາດຕິດຕໍ່ໄດ້ໂດຍການຕິດເຊື້ອພະຍາດເຂົ້າໄປໂດຍກົງ, ດັ່ງນັ້ນວິທີປ້ອງກັນທີ່ດີທີ່ສຸດແມ່ນການປະຕິບັດຕາມຫຼັກການສຸຂະອະນາໄມ, ກິນຢູ່ສະອາດ, ສິ່ງສຳຄັນແມ່ນຕ້ອງໄດ້ຮັບການສັກຢາວັກຊີນຄົບຕາມຈຳນວນ.

No comments:

Post a Comment