Ad

Ad

23 February 2017

ຈະແກ້ໄຂສະພາບຄົນຂໍທານໃນຕົວເມືອງແນວໃດ ?


        ປັດຈຸບັນ, ສະພາບຄົນຂໍທານໃນຕົວເມືອງແມ່ນພົບເຫັນຫລາຍຂຶ້ນ, ໂດຍ ສະເພາະໃນຍ່ານທີ່ມີຮ້ານອາຫານຍິ່ງພົບເຫັນຄົນຂໍທານຫລາຍ, ຊຶ່ງມີທັງປະເທດໃບ້ບ້າເສຍຈິດ, ພິການ ແລະ ບາງຄົນແມ່ນແຂງແຮງຮ່າງກາຍຄົບ 32 ປະການ, ຊຶ່ງນອກຈາກຈະເປັນພາບລັກອັນບໍ່ຈົບງາມຕໍ່ສາຍຕານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດແລ້ວ, ມັນຍັງສ້າງຄວາມລໍາຄານໃຫ້ປະຊາຊົນກໍຄືຜູ້ປະ ກອບການຂາຍອາຫານຕ່າງໆ, ເນື່ອງຈາກວ່າຄົນຂໍທານສ່ວນຫລາຍແມ່ນຈະເຂົ້າໄປໃນຮ້ານເພື່ອຂໍເງິນນໍາແຂກ ຫລື ລູກຄ້າທີ່ມາໃຊ້ບໍລິການໂດຍກົງ, ຈາກບັນຫາທີ່ບໍ່ຈົບງາມດັ່ງກ່າວ, ມີຮ້ານອາຫານບາງແຫ່ງກໍບໍ່ໃຫ້ຄົນຂໍທານເຂົ້າໄປໃນຮ້ານເດັດຂາດເພື່ອບໍ່ໃຫ້ເປັນການລົບກວນລູກຄ້າ, ບາງຮ້ານກໍເຖິງຂັ້ນຂຽນປ້າຍເຕືອນລູກຄ້າບໍ່ໃຫ້ເອົາເງິນໃຫ້ຄົນຂໍທານ ແລະ ອີກຫລາຍກໍລະນີ.
           ແນວໃດກໍຕາມ, ໄລຍະຜ່ານມາ, ເຖິງວ່າເຈົ້າໜ້າທີ່ກ່ຽວຂ້ອງໄດ້ມີການແກ້ໄຂບັນຫາດັ່ງກ່າວດ້ວຍຫລາຍຮູບການ ເປັນຕົ້ນ: ປະເພດໃບ້ບ້າເສຍຈິດ ຫລື ພິການຖ້າຫາກມີຄອບຄົວ ຫລື ຜູ້ປົກຄອງກໍສົ່ງກັບຄືນສູ່ຄອບຄົວເບິ່ງແຍງ, ຖ້າບໍ່ມີກໍແມ່ນຈັດສັນເຂົ້າໄປຢູ່ສູນບໍາບັດ, ສ່ວນຜູ້ທີ່ມີຮ່າງກາຍແຂງ ແຮງມາຈາກຕ່າງແຂວງກໍແມ່ນໄດ້ສົ່ງກັບຄືນເມືອທ້ອງຖິ່ນ, ພ້ອມທັງມອບໃຫ້ອໍານາດການປົກ
ຄອງທ້ອງຖິ່ນສຶກສາອົບຮົມບໍ່ໃຫ້ເຂົາເຈົ້າກັບຄືນມາຂໍທານອີກ. ແຕ່ປກົດວ່າຄົນຂໍທານປະເພດທີ່ຮ່າງກາຍແຂງແຮງນີ້ແມ່ນຍັງສືບຕໍ່ກັບຄືນມາເລາະຂໍທານໃນຕົວເມືອງອີກ, ໂດຍສະເພາະຢູ່ນະ ຄອນຫຼວງຈັນ, ເຊິ່ງບັນຫາດັ່ງກ່າວເຫັນວ່າຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ, ເນື່ອງຈາກພວກກ່ຽວມີຄວາມກຽດຄ້ານ ແລະ ບໍ່ມັກອອກແຮງງານ ເພື່ອເຮັດການຜະລິດພັດທະນາຄອບຄົວ, ຄົນຂໍທານ ປະເພດນີສ່ວນໃຫ່ຍແມ່ນມາເປັນຄອບຄົວ ແລະ ບາງຄົນພາລູກເລັກເດັກແດງຫອບເຈ່ຍມານຳ, ເຊິ່ງມີທັງຜູ້ສູງອາຍຸ, ແມ່ຍິງ ແລະ ເດັກນ້ອຍ ພາກັນຍ່າງເລາະຂໍທານຕາມສາຍທາງຕ່າງໆໃນຕົວເມືອງ, ຕົກແລງມາກໍໄປພົບເຕົ້າໂຮມກັນຢູ່ຕາມສວນສາທາລະນະ, ວັດ ແລະ ສະຖານທີ່ຕ່າງໆ, ບາງຄັ້ງມີການຊື້ເຫຼົ້າເບຍມາດຶ່ມຢ່າງເມົາມັນໂດຍບໍ່ສົນໃຈຕໍ່ສາຍຕາປະຊາຊົນທີ່ຜ່ານໄປມາ.

  ຕໍ່ສະພາບການດັ່ງກ່າວ, ເຈົ້າໜ້າທີ່ ຫລື ໜ່ວຍງານກ່ຽວຂ້ອງຄວນນຳໃຊ້ມາດຕະການຢ່າງເດັດຂາດຕໍ່ພວກກ່ຽວເພື່ອໃຫ້ກັບຄືນສູ່ທ້ອງຖິ່ນ, ພ້ອມທັງມອບໃຫ້ອຳນາດການປົກຄອງທ້ອງຖິ່ນຂອງພວກເຂົາຢູ່ນັ້ນ ເພີ່ມທະວິຄວາມເອົາໃຈໃສ່ໃນການສຶກສາອົບຮົມກ່ຽວກັບພາບພົດອັນບໍ່ຈົບງາມຈາກການຂໍທານ, ເຮັດໃຫ້ເສື່ອມເສຍກຽດສັກສີຕ່າງໆ, ພ້ອມທັງປຸກລະດົມໃຫ້ພວກເຂົາຮູ້ໄດ້ເຖິງຄວາມສໍາຄັນຂອງກສຍອອກແຮງງານເພີ່ມພູນຜະລິດຜົນ, ເຮັດການຜະລິດເພື່ອເປັນອາຫານ ແລະ ສີນຄ້າຂາຍສ້າງລາຍຮັບເພື່ອພັດທະນາຄອບຄົວໃຫ້ມີຢູ່ມີກິນຫລາຍຂຶ້ນເທື່ອລະກ້າວ. ອີກເບື້ອງໜຶ່ງ, ປະຊາຊົນທົ່ວໄປທັງຢູ່ຕົວເມືອງ ຫລື ທ້ອງຖິ່ນກໍບໍ່ຄວນໃຫ້ເງິນຄົນຂໍທານທີ່ມີຮ່າງກາຍແຂງແຮງສົມບູນ, ເພາະຈະເປັນການສົ່ງເສີມໃຫ້ສະພາບຄົນຂໍທານເພີ່ມຫລາຍຂຶ້ນ.

No comments:

Post a Comment