Ad

Ad

23 February 2017

ໄຂງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ( ODOP ) ທົ່ວປະເທດຄັ້ງທີ 1

ງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດ໋ອບ ( ODOP ) ທົ່ວປະ ເທດຄັ້ງທີ 1 ປະຈຳປີ 2017 ໄຂຂື້ນໃນວັນທີ 22 ກຸມພານີ້, ທີ່ສູນການຄ້າລາວໄອເຕັກ ( ຕຶກເກົ່າ), ໂດຍກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຈະດຳເນີນ ໄປຈົນເຖິງວັນທີ 26 ກຸມ ພານີ້, ໂດຍການເຂົ້າຮ່ວມຂອງທ່ານ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນ ຕີກະຊວງອຸດສາຫະ ກຳ ແລະ ການຄ້າ, ມີຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານ ຫົວໜ້າກົມສົ່ງເສີມການຄ້າລາຍງານວ່າ:  ເພື່ອສ່ົງເສົມຜູ້ປະກອບການທີ່ໄດ້ຮັບກາໝາຍໂອດ໋ອບໃນທ້ອງຖິ່ນໃຫ້ສາມາດເຂົ້າຮ່ວມງານວາງສະແດງ ແລະ ນຳສະເໜີສິນຄ້າຂອງຕົນໃຫ້ເປັນທີ່ຮູ້ຈັກກ້ວາງຂວາງ ແລະ ເປີດໂອກາດໃຫ້ຫົວໜ່ວຍທຸລະກິດທີ່ໄດ້ຮັບກາໝາຍໂອດ໋ອບ ແລະ ຍັງບໍ່ທັນໄດ້ຮັບກາໝາຍໂອດ໋ອບໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ນຳເອົາສິນຄ້າ ແລະ ຜະລິດຕະພັນຂອງຕົນມາວາງສະແດງ ແລະ ຂາຍ, ຊຶ່ງມີຈຳນວນຫຼາຍກວ່າ 200 ຮ້ານແລ້ວ, ນອກນັ້ນມີສິນຄ້າພົ້ນເດັ່ນອື່ນໆ,ລວມເຖິງອາຫານພື້ນເມືອງ ລາວເຂົ້າຮ່ວມວາງສະແດງເປັນຈຳນວນຫຼາຍ, ໂດຍຫວັງວ່າການຈັດງານໃນຄັ້ງນີ້ຈະຊ່ວຍໃຫ້ສິນຄ້າໂອດ໋ອບທີ່ນຳໃຊ້ສີມືແຮງງານ ແລະ ພູມປັນຍາ, ຫົວຄິດປະດິດສ້າງ ແລະ ຊັບພະຍາກອນທ້ອງຖິ່ນທີ່ເປັນເອກະລັກຂອງເມືອງ ແລະ ບ້ານທີ່ເປັນມູນເຊື້ອ ແລະ ມໍລະດົກຕົກທອດກັນມາແຕ່ດົນນານນັ້ນໄດ້ຮັບການໂຄ ສະນາ ແລະ ເປັນທີ່ຍອມຮັບຂອງສັງຄົມລາວ ແລະ ຕ່າງປະເທດໃນລະດັບໜຶ່ງ ແລະ ກ້າວໄປສູ່ການຈັດງານວາງສະແດງສິນຄ້າ ໂອດ໋ອບລະດັບພາກພື້ນອາຊຽນຮ່ວມກັບຫຼາຍ ປະເທດໄດ້, ດັ່ງນັ້ນ ຈຶ່ງຂໍເຊີນຊວນໃຫ້ທຸກຄົນເຂົ້າຮ່ວມທ່ຽວຊົມໃນງານດັ່ງກ່າວໃຫ້ຟົດຟື້ນຍິ່ງຂື້ນ.

ທ່ານ ຫົວໜ້າກົມສົ່ງເສີມການຄ້າກ່າວວ່າ: ສິນຄ້າໂອດ໋ອບເປັນຜະລິດຕະພັນທີ່ນຳໃຊ້ສີມືແຮງງານ, ພູມປັນຍາ, ຫົວຄິດປະດິດສ້າງ ແລະ ວັດຖຸດິບທ້ອງຖິ່ນເຂົ້າໃນການຜະລິດ, ທີເປັນເອກະລັກຂອງເມືອງ ແລະ ບ້ານນັ້ນໆ, ຊຶ່ງມີທັງສິນຄ້າທີ່ຈັບບາຍໄດ ແລະ ຮູບແບບຂອງການບໍລິການທີ່ມີມູນເຊື້ອ ແລະ ເປັນມໍລະດົກຕົກທອດກັນມາ, ສຳລັບປະເທດ ເຮົາເລີ່ມມີການສົ່ງເສີມການຜະລິດສິນຄ້າໂອດ໋ອບມາແຕ່ປີ 2000, ຊຶ່ງມາຮອດປັດຈຸບັນທົ່ວປະເທດມີທັງໝົດ 129 ຫົວໜ່ວຍ, ຢູ່ໃນ 16 ແຂວງທີ່ເປັນຫົວໜ່ວຍຜະລິດສິນຄ້າໂອດ໋ອບ, ໃນນັ້ນຫັດຖະກຳກວມເອົາ 70,7% , ອາຫານ ແລະ ເຄື່ອງດື່ມ 21% ແລະ ຢາພື້ນເມືອງກວມເອົາ 7,6%.

No comments:

Post a Comment