Ad

Ad

27 February 2017

ການປັກດຳນາແຊງປີນີ້ບໍ່ບັນລຸຄາດໝາຍ

  ກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການຜະລິດນາແຊງຢູ່ປະເທດເຮົາປີນີ້ແມ່ນປະສົບຄວາມຫຍຸ້ງຍາກ ແລະ ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດຫລາຍສົມຄວນ, ຂະນະດຽວກັນຊາວກະສິກຳຈຳນວນໜຶ່ງໄດ້ຫັນໄປປູກພືດຊະນິດອື່ນແທນການປູກເຂົ້າ, ຈຶ່ງເຮັດໃຫ້ສະພາບການປັກດຳນາປີບໍ່ໄດ້ຕາມຄາດໝາຍ, ຊຶ່ງມາຮອດປັດຈຸບັນຊາວກະສິກອນທົ່ວປະເທດປັກດຳນາແຊງໄດ້ພຽງ 78 ພັນກວ່າຮັກຕາເທົ່າກັບ 83% ຂອງເນື່ອທີ່ແຜນການວາງໄວ້ຈໍານວນ 95 ພັນກວ່າເຮັກຕາ, ຂະນະທີ່ການປັກດຳແມ່ນໄດ້ຢຸດຕິແລ້ວ, ຊຶ່ງເຫັນວ່າຫລຸດລົງຫລາຍເມື່ອທຽບໃສ່ປີຜ່ານມາ,
ໃນນັ້ນພາກເໜືອປະຕິບັດໄດ້ 7 ພັນກວ່າເຮັກຕາເທົ່າກັບ 92%, ພາກກາງ 52 ພັນກວ່າເຮັກຕາເທົ່າກັບ 89%  ແລະ ພາກໃຕ້ 18 ພັນກວ່າເຮັກຕາເທົ່າກັບ 66% ຂອງແຜນການ, ເຖິງຢ່າງໃດກໍຕາມ, ປັດຈຸບັນຂະແໜງກະສິກຳ ແລະ ປ່າໄມ້ກໍໄດ້ສົ່ງພະນັກງານວິຊາການລົງຊຸກຍູ້ຊາວກະສິກອນສຸມໃສ່ການບົວລະບັດຮັກສາ, ກຽມ ພ້ອມປ້ອງກັນສັດຕູພືດ, ໃສ່ຝຸ່ນ, ເສຍຫຍ້າ ແລະ ສະໜອງນ້ຳໃຫ້ພຽງພໍເພື່ອສາມາດຍົກສະມັດຕະພາບການຜະລິດໃຫ້ໄດ້ຫລາຍຂຶ້ນ.

           ກະຊວງດັ່ງກ່າວໃຫ້ຮູ້ວ່າ: ຄຽງຄູ່ກັບການປັກດຳເຂົ້ານາແຊງແລ້ວ, ຊາວກະສິກອນຫລາຍທ້ອງຖິ່ນຍັງໄດ້ສຸມໃສ່ປູກພືດລະດູແລ້ງຢ່າງເປັນຂະບວນຟົດຟື້ນຄື: ປັດຈຸບັນທົ່ວປະເທດສາມາດປະຕິບັດໄດ້ຫລາຍກວ່າ 125 ພັນເຮັກຕາເທົ່າກັບ 90% ຂອງແຜນການ (ແຜນການແມ່ນ 140 ພັນເຮັກຕາ), ສ່ວນພືດທີ່ນິຍົມປູກຫລາຍແມ່ນສາລີອາຫານສັດ, ສາລີຫວານ, ມັນຕົ້ນ, ຖົ່ວດິນ, ເຜືອກ, ແລະ ພືດອາຍຸສັ້ນຕ່າງໆ, ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍ ແລະ ສົ່ງອອກໄປຕ່າງປະເທດໄດ້ເປັນຢ່າງດີ, ໂດຍພົ່ນເດັ່ນກວ່າໝູ່ແມ່ນຢູ່ແຂວງພາກເໜືອ ແລະ ພາກກາງ.

No comments:

Post a Comment