Ad

Ad

27 February 2017

ລາວປະເມີນການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ

  ກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ, ໄດ້ຈັດຂຶ້ນແຕ່ວັນທີ 21-24 ກຸມພານີ້, ໂດຍການເປັນປະທານຂອງທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າຈາກອົງການອະນາໄມໂລກເຂົ້າຮ່ວມ.

          ກອງປະຊຸມໄດ້ຕີລາຄາວ່າ: ຜ່ານມາ, ເຖິງວ່າປະເທດເຮົາຈະສາມາດຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ (IHR) ໄດ້ເປັນຢ່າງດີກໍຕາມ, ແຕ່ຍັງມີສິ່ງທ້າທາຍຫລາຍຢ່າງໃນວຽກງານດັ່ງກ່າວ, ໂດຍສະເພາະແມ່ນການຮຽກຮ້ອງໃຫ້ມີການສະໜັບສະໜັບດ້ານງົບ ປະມານເປັນປະຈຳເພື່ອຈັດຕັ້ງປະຕິບັດແຜນງານຕ່າງໆ
ໃຫ້ມີປະສິດທິພາບ ແລະ ຍືນຍົງ. ການພັດທະນາ ແລະ ຮັກສາໃຫ້ມີການຝຶກອົບຮົມບຸກຄະລາກອນດ້ານສາທາລະນະສຸກກໍແມ່ນສິ່ງທ້າທາຍສົມຄວນໂດຍສະເພາະໃນລະດັບທ້ອງຖິ່ນ ລວມເຖິງການແລກປ່ຽນຂໍ້ມູນຂ່າວສານເມື່ອເວລາເກີດເຫດການສຸກເສີນ. ດັ່ງນັ້ນເພື່ອສ້າງຄວາມອາດສາມາດໃຫ້ ສປປ ລາວ ໃນການຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກຢ່າງມີປະສິດທິພາບ ແລະ ບັນລຸພັນທະຂອງຕົນພາຍໃຕ້ກົດລະລະບຽບສາກົນດ້ານສາທາລະນະສຸກ, ສປປ ລາວ ຈະຕ້ອງທົບທວນ ແລະ ປັບປຸງແຜນງານແຫ່ງຊາດສຳລັບພະຍາດຊຶມເຊື້ອທີ່ເກີດຂື້ນໃໝ່ ແລະ ເຫດການສຸກເສີນດ້ານສາທາລະນະສຸກເພື່ອພິຈາລະນາບັນດາກິດຈະກຳທີ່ເປັນບູລິມະສິດທີ່ໄດ້ຈາກການປະ ເມີນ ແລະ ໃຫ້ສອດຄ່ອງກັບຍຸດທະສາດອາຊີ-ປາຊີຟິກ, ຕ້ອງສະໜອງງົບປະ ມານເພີ່ມຕື່ມເພື່ອຮັບປະກັນການລົງທືນແບບຍືນຍົງສຳລັບຄວາມໝັ້ນຄົງດ້ານສຸຂະພາບ, ລວມທັງວຽກງານເຝົ້າລະວັງດ້ານສາທາລະນະສຸກ ແລະ ວຽກງານຕອບໂຕ້ທີ່ຈຳເປັນ, ປະຕິບັດແຜນງານກໍ່ສ້າງ ເລະ ຮັບປະກັນການສ້າງຄວາມເຂັ້ມແຂງຂອງພະນັກງານສາທາລະນະສຸກ, ໂດຍສະເພາະແມ່ນນັກລະບາດວິທະຍາພາກສະໝາມ, ລວມທັງປັບປຸງບັນດາກົດໝາຍ, ນະໂຍບາຍ ແລະ ມາດຕະຖານການຈັດຕັ້ງປະຕິບັດພັນທະກັບສາກົນ.

No comments:

Post a Comment