Ad

Ad

27 February 2017

ລາວຫາລືກະກຽມການສ້າງຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ຢູ່ຕ່າງປະເທດ

            ເມື່ອທ້າຍອາທິດຜ່ານມານີ້, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມໃຫ້ແກ່ການສ້າງຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ຢູ່ຕ່າງປະເທດ, ໂດຍການເປັນປະທານຂອງທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກບັນດາກົມໃນກະຊວງການຕ່າງປະເທດ, ບັນດາກະຊວງ, ຂະແໜງການອ້ອມຂ້າງສູນກາງເຂົ້າຮ່ວມ.
          ຈຸດປະສົງຂອງກອງປະຊຸມແມ່ນເພື່ອແຈ້ງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງເປັນຄະນະຊີ້ນຳ ແລະ ຄະນະເຕັກນິກໃນການສ້າງຮ່າງກົດໝາຍນີ້ກ່ຽວກັບເຫດຜົນ, ຄວາມຈຳເປັນໃນການສ້າງໃຫ້ມີກົດໝາຍ
ດັ່ງກ່າວ, ບົດຮຽນຂອງປະເທດເພື່ນມິດ ແລະ ສົນທິສັນຍາທີ່ກ່ຽວຂ້ອງຊຶ່ງ ສປປ ລາວ ເປັນພາຄີ, ສິດ ແລະ ໜ້າທີ່ຂອງຄະນະຊີ້ນຳ ແລະ ຄະນະເຕັກນິກ, ແຜນກິດຈະກຳການເຄື່ອນໄຫວໃນການສ້າງຮ່າງກົດໝາຍດັ່ງກ່າວ.
ການສ້າງກົດໝາຍສະບັບນີ້ມີຄວາມສຳຄັນ ແລະ ຈຳເປັນ ເພາະຈະກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດ, ກົງຈັກການຈັດຕັ້ງຂອງສຳນັກງານຜູ້ຕາງໜ້າຂອງ ສປປ ລາວ ຢູ່ຕ່າງປະ ເທດ ເພາະວ່າສຳນັກງານຜູ້ຕາງໜ້າແມ່ນການຈັດຕັ້ງໜຶ່ງທີ່ມີຄວາມສຳຄັນໃນການເຄື່ອນໄຫວວຽກງານການຕ່າງປະເທດ ຊຶ່ງເປັນອົງການຕົວແທນຂອງ ສປປ ລາວ ປະຈໍາຢູ່ບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໃນການເຄື່ອນໄຫວວຽກງານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ສປປ ລາວ, ຂອງການຈັດຕັ້ງ ແລະ ພົນລະເມືອງລາວຢູ່ຕ່າງປະເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະ
ກິດ-ສັງຄົມຂອງ ສປປ ລາວ.
  ໄລຍະຜ່ານມາຂະແໜງການຕ່າງປະເທດມີນິຕິກຳຈຳນວນໜຶ່ງທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າການທູດ, ສຳນັກງານຜູ້ຕາງໜ້າກົງສຸນ ແລະ ສຳນັກງານຜູ້ຕາງໜ້າຖາວອນປະຈຳອົງການຈັດຕັ້ງສາກົນເປັນຕົ້ນ: ແມ່ນດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການຕ່າງປະເທດເຊິ່ງພວມໄດ້ຮັບການປັບປຸງໃຫ້ສອດຄ້ອງກັບສະພາບການໃໝ່ໃນປະຈຸບັນ, ມີດຳລັດວ່າດ້ວຍຊັ້ນການທູດ, ດຳລັດວ່າດ້ວຍເງິນອຸດໜູນ ແລະ ນະໂຍບາຍຕໍ່ພະນັກງານປະຈຳສຳນັກງານຕາງໜ້າການທູດ ສປປ ລາວ ຢູ່ຕ່າງປະເທດ ແລະ ອື່ນໆ, ແຕ່ແນວໃດກໍຕາມເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການເຫັນວ່ານິຕິກຳທີ່ມີນັ້ນຍັງບໍ່ທັນຄົບຖ້ວນ ແລະ ເລິກເຊິ່ງເທົ່າທີ່ຄວນ ແລະ ຍັງເປັນນິຕິກຳລຸ່ມກົດໝາຍ.
           ສະນັ້ນ, ຈຶ່ງມີຄວາມຈຳເປັນສ້າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ຢູ່ຕ່າງປະເທດເພື່ອປະກອບສ່ວນໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໂດຍສະເພາະການຫັນຂະແໜງການຕ່າງປະເທດໄປສູ່ການຄຸ້ມຄອງດ້ວຍນິຕິກຳທີ່ຄົບຖ້ວນເທື່ອລະກ້າວຕາມທິດທາງຈຸດສຸມໃນຕໍ່ໜ້າ ຊຶ່ງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 13 ກໍຄືກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ່ III ໄດ້ວາງອອກ.

           ປັດຈຸບັນ, ສປປ ລາວ ມີສາຍພົວພັນທາງການທູດກັບ 139 ປະເທດ, ເປັນສະມາຊິກຂອງອົງການຈັດຕັ້ງສາກົນຫຼາຍສິບອົງການ, ສປປ ລາວ ມີສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ຢູ່ຕ່າງປະເທດທັງໝົດ 39 ແຫ່ງ, ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 03 ແຫ່ງ ແລະ ສະຖານກົງສຸນໃຫຍ່ 09 ແຫ່ງ.

No comments:

Post a Comment