Ad

Ad

27 February 2017

ຕາໜ່າງຄົມມະນາຄົມນັບມື້ໄດ້ຮັບການປັບປຸງຂະຫຍາຍກວ້າງຂວາງ

           ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງປະຈໍາປີ 2016 ທີ່ສໍາເລັດລົງເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ຊຸມປີຜ່ານມາ, ຂະແໜງໂຍທາທິການ ແລະ ຂົນສົ່ງໄດ້ສຸມທຸກກຳລັງແຮງເພື່ອສ້າງພື້ນຖານໂຄງລ່າງອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມຈອດກັບພາກພື້ນ ແລະ ສາກົນ, ໂດຍສະເພາະການພັດທະນາເສັ້ນທາງ ແລະ ການຂົນສົ່ງທາງບົກໄດ້ຮັບຜົນສຳເລັດຫລາຍດ້ານຄື: ປັດຈຸບັນທົ່ວປະເທດມີຈຳນວນເສັ້ນທາງຍາວ 51.597 ກິໂລແມັດ, ໃນນັ້ນທາງເບຕົງຍາວ
ຫລາຍກວ່າ 310 ກິໂລແມັດ, ທາງປູຢາງຂົວ 814 ກິໂລແມັດ, ປູຢາງ 2 ຊັ້ນ, 8.272 ກິໂລແມັດ, ທາງປູແຮ່ 19.361 ກິໂລແມັດ, ທາງປູດິນທຳມະຊາດ 22.838 ກິໂລແມັດ, ໂດຍ ລວມຖືວ່າທຸກບ້ານມີເສັ້ນທາງເຂົ້າເຖິງ, ແຕ່ທາງທີ່ສາມາດທຽວໄດ້ສອງລະດູກວມປະມານ 78%, ສຳລັບການພັດທະນາເສັ້ນທາງຫລວງແຫ່ງຊາດໃຫ້ເປັນທາງຫລວງອາຊຽນເພື່ອເຊື່ອມຈອດກັບບັນດາປະເທດໃກ້ຄຽງຕາມແລວເສດຖະ ກິດໃນລະດັບພາກພື້ນ, ແລວເສດຖະກິດເໜືອ-ໃຕ້, ຕາເວັນອອກ-ຕາເວັນຕົກປະຕິບັດໄດ້ຫລາຍກວ່າ 2.200 ກິໂລແມັດລື່ນແຜນການເກືອບສອງເທົ່າ, ນອກ ນີ້ໄດ້ສູ້ຊົນກໍ່ສ້າງເສັ້ນທາງຫລວງຂອງເມືອງ, ທາງຊົນນະ ບົດທີ່ເຊື່ອມໃສ່ເຂດຈຸດສຸມ ແລະ ກຸ່ມບ້ານພັດທະນາໄດ້ຫລາຍສົມຄວນ, ນອກນັ້ນຍັງມີວຽກສ້ອມ ແປງສຸກເສີນທີ່ເກີດຂຶ້ນຊ່ວງລະດູຝົນໃນແຕ່ລະປີ, ຊຶ່ງຕ້ອງໄດ້ໃຊ້ງົບປະມານເປັນຈຳນວນຫຼາຍ. ເວົ້າລວມແລ້ວເຫັນວ່າການພັດທະນາ ແລະ ຂະຫຍາຍເສັ້ນທາງນັບທັງຕົວເມືອງ ແລະ ຊົນນະບົດແມ່ນມີການຂະຫຍາຍຕົວໄວສົມຄວນ, ອັນໄດ້ເຮັດໃຫ້ການຄົມມະນາຄົມ-ຂົນສົ່ງ, ການໄປມາ ຫາສູ່ຂອງປະຊາຊົນບັນດາເຜົ່າມີຄວາມສະດວກສະບາຍ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ແນວໃດກໍຕາມ, ສິ່ງທີ່ຍັງທ້າທາຍຕໍ່ການພັດທະນາເສັ້ນທາງຂອງລາວເຮົາແມ່ນດ້ານມາດຕະຖານຊຶ່ງຖືເປັນບັນຫາຕົ້ນຕໍທີ່ຈະຕ້ອງໄດ້ແກ້ໄຂໂດຍໄວ.

No comments:

Post a Comment